ມອບທຶນສຶກສາ “ພ້ອມກັບນ້ອງໄປໂຮງຮຽນ” ໃຫ້ເດັກປະສົບກັບຄວາມຫຍຸ້ງຍາກພິເສດຢູ່ແຂວງຮ່າຢາງ
ທ່ານນາງຮອງປະທານປະເທດ ຫງວຽນທິຢວານ
ມອບທຶນສຶກສາໃຫ້ເດັກປະສົບກັບຄວາມຫຍຸ້ງຍາກພິເສດຢູ່ແຂວງຮ່າຢາງ
(ພາບ: hagiang.gov.vn)
(vovworld) – ຕອນບ່າຍວັນທີ 08/09, ຢູ່ນະຄອນຮ່າຢາງ, ກອງທຶນຊ່ວຍເຫຼືອເດັກຫວຽດນາມ ໄດ້ສົມທົບກັບແຂວງຮ່າຢາງ ຈັດພິທີມອບທຶນສຶກສາໃຫ້ເດັກປະສົບກັບຄວາມຫຍຸ້ງຍາກພິເສດ ແຕ່ບືນຕົວຂຶ້ນໃນການຮໍ່າຮຽນຢູ່ແຂວງຮ່າຢາງ 120 ຄົນ, ແຕ່ລະທຶນມີມູນຄ່າ 2 ລ້ານດົງ. ກ່າວຄຳເຫັນທີ່ພິທີ, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ປາດຖະໜາວ່າ ລາຍການຈະສືບຕໍ່ຈັດຕັ້ງໃນຊຸມປີຈະມາເຖິງ, ເພື່ອຊ່ວຍໃຫ້ພວກເດັກປະສົບກັບຄວາມຫຍຸ້ງຍາກພິເສດ ໃນທົ່ວປະເທດເວົ້າລວມ ແລະ ແຂວງຮ່າຢາງ ເວົ້າສະເພາະ ມີຄວາມໄວ້ເນື້ອເຊື່ອໃຈ, ສູ້ຊົນບື່ນຕົວຂຶ້ນໃນການຮໍ່າຮຽນ. ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ສະເໜີໃຫ້ແຂວງ ຮ່າຢາງ ຕ້ອງສືບຕໍ່ເອົາໃຈໃສ່, ຊີ້ນຳ ເພື່ອໃຫ້ວຽກງານຊ່ວຍເຫຼືອ ແລະ ເບິ່ງແຍງເດັກເຂົ້າສູ່ຊີວິດຕົວຈິງ, ປະກອບສ່ວນຜັນຂະຫຍາຍບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ສຳລັບເດັກຢ່າງຄົບຊຸດ ແລະ ມີປະສິດທິຜົນ; ສ້າງເງື່ອນໄຂເພື່ອໃຫ້ເດັກໃນບໍລິເວນແຂວງຮ່າຢາງ ໃຫ້ນັບມື້ນັບພັດທະນາດີກວ່າເກົ່າ.