ມອບລາງວັນ TikTok Awards ຫວຽດນາມ 2020

(VOVWORLD) -ມີ 11 ລາຍການໄດ້ຮັບລາງວັນ TikTok Awards ຫວຽດນາມ ໃນຄັ້ງທຳອິດນີ້

ມອບລາງວັນ TikTok Awards ຫວຽດນາມ 2020 - ảnh 1ພິທີລາງວັນ TikTok Awards ຫວຽດນາມ

(ພາບ: TTXVN)

ຕອນຄ່ຳວັນທີ 27 ທັນວາ, ຢູ່ນະຄອນໂຮ່ຈີມິນ, TikTok ໄດ້ຈັດການເຊີດຊູ TikTok Awards ຫວຽດນາມ ປີ 2020, ເພື່ອແນໃສ່ເຊີດຊູບັນດານັກປະດິດຄິດສ້າງ, ບັນດາເນື້ອໃນ, ບັ້ນເຄື່ອນໄຫວພົ້ນເດັ່ນ, ປະກອບສ່ວນແຜ່ຂະຫຍາຍສານຕັ້ງໜ້າເຖິງປະຊາຄົມ. ມີ 11 ລາຍການໄດ້ຮັບລາງວັນ TikTok Awards ຫວຽດນາມ ໃນຄັ້ງທຳອິດນີ້, ໃນນັ້ນຊ່ວງຂໍ້ມູນ Factcheckvn ໃນ TikTok ຂອງສຳນັກຂ່າວສານຫວຽດນາມ ໄດ້ຮັບການເຊີດຊູແມ່ນ ຊ່ອງຂໍ້ມູນຂ່າວສານມີຜົນກະທົບຕໍ່ສັງຄົມ. ນອກນັ້ນ, ຍັງມອບລາງວັນໃຫ້ບັນດາລາຍການອື່ນຄື: ນັກປະດິດຄິດສ້າງຂອງປີ; ນັກປະດິດຄິດສ້າງໄດ້ຮັບຄວາມນິຍົມຂອງປີ, ນັກປະດິດຄິດສ້າງທີ່ມີແງ່ຫວັງຂອງປີ… ໃນຂະນະນັ້ນ, ບັ້ນເຄື່ອນໄຫວຂອງປີແມ່ນໄດ້ແກ່ #vudieuruatay (ເຕັ້ນລ້າງມື); ກ່ຽວກັບດົນຕີຂອງປີແມ່ນໄດ້ແກ່ Ghen Co Vy (ບົດເພງ ແກນໂກວີ ຢູ່ພາຍໃນປະເທດ) ແລະ Play Date (ລາຍການສາກົນ)…

ຕອບກັບ

ຂ່າວ/ບົດ​ອື່ນ