ມອບລາງວັນ ຫງວຽນດຶກແກ໋ງ ຄັ້ງທີ 4 ໃຫ້ແກ່ກຳມະກອນ, ຜູ້ອອກແຮງງານ, ນັກເຕັກນິກດີເດັ່ນ 167 ຄົນ

(VOVWORLD) - ສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ເລືອກເຟັ້ນ ແລະ ມອບລາງວັນ ຫງວຽນດຶກແກ໋ງ ໃຫ້ກຳມະກອນ, ຜູ້ອອກແຮງງານ, ນັກເຕັກນິກດີເດັ່ນ 167 ຄົນດ້ວຍ  800 ກ່ວາຫົວເລື່ອງ
ມອບລາງວັນ ຫງວຽນດຶກແກ໋ງ ຄັ້ງທີ 4 ໃຫ້ແກ່ກຳມະກອນ, ຜູ້ອອກແຮງງານ, ນັກເຕັກນິກດີເດັ່ນ 167 ຄົນ - ảnh 1ບຸກຄົນ, ກຳມະກອນໄດ້ຮັບລາງວັນໃນຄັ້ງນີ້
(ພາບ:Hải Nguyễn/laodong.vn)

ຕອນເຊົ້າວັນທີ 24 ກໍລະກົດ, ຢູ່ຮ່າໂນ້ຍ, ໄດ້ຈັດພິທີມອບລາງວັນ ຫງວຽນດຶກແກ໋ງ ຄັ້ງທີ 3 ປີ 2023. ນີ້ແມ່ນລາງວັນສູງສົ່ງຂອງສະຫະພັນໃຫຍ່ແຮງງານ ຫວຽດນາມ ຊຶ່ງໄດ້ມອບ 5 ປີເທື່ອໜຶ່ງ ເພື່ອແນໃສ່ເຊີດຊູບັນດາກຳມະກອນ, ຜູ້ອອກແຮງງານດີເດັ່ນ ທີ່ມີຫຼາຍຜົນງານດີເດັ່ນໃນຂະບວນການແຂ່ງຂັນ “ອອກແຮງງານເກັ່ງ, ອອກແຮງງານຢ່າງມີຫົວຄິດປະດິດສ້າງ”.

        ປີນີ້, ສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ເລືອກເຟັ້ນ ແລະ ມອບລາງວັນ ຫງວຽນດຶກແກ໋ງ ໃຫ້ກຳມະກອນ, ຜູ້ອອກແຮງງານ, ນັກເຕັກນິກດີເດັ່ນ 167 ຄົນດ້ວຍ  800 ກ່ວາຫົວເລື່ອງ, ຂໍ້ລິເລີ່ມ, ມາດຕະການດ້ານເຕັກນິກ. ອ້າຍ ຟ້ານແອັງຮຸຍ, ບໍລິສັດຫຸ້ນສ່ວນເຫຼັກກ້າ ທ໋າຍງວຽນ, ຜູ້ໄດ້ຮັບລາງວັນ ຫງວຽນດຶກແກ໋ງ, ໃຫ້ຮູ້ວ່າ:

        “ຂ້າພະເຈົ້າເອງຍາມໃດກໍ່ຜ່ານຜ່າທຸກຄວາມຫຍຸ້ງຍາກ ເພື່ອປະຕິບັດສຳເລັດໜ້າທີ່ຂອງບໍລິສັດມອບໝາຍໃຫ້. ຍາມໃດກໍ່ຊອກຮູ້, ຄົ້ນຄ້ວາສິ່ງທີ່ບໍ່ເໝາະສົມໃນວິວັດການຜະລິດ ແລະ ຕັດສິນໃຈຍົກອອກບັນດາມາດຕະການເໝາະສົມ. ໃນຊຸມປີຜ່ານມາ, ຫຼາຍຂໍ້ລິເລີ່ມ, ປັບປຸງດ້ານເຕັກນິກຂອງຂ້າພະເຈົ້າໄດ້ຮັບການໝູນໃຊ້ໃນການຜະລິດຕົວຈິງ ແລະ ບັນລຸໄດ້ປະສິດທິຜົນສູງ, ຫລຸດເວລານຳໃຊ້ແຮງງານ”.

ຕອບກັບ

ຂ່າວ/ບົດ​ອື່ນ