ມອບ​ລ​າງວັນ​ການ​ສອບ​ເສັງ​ຊອກ​ຮູ້ 90 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ

(VOVWORLD) -ຕອນເຊົ້າວັນທີ 11 ຕຸລາ, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ໄດ້ຈັດພິທີມອບລາງວັນການສອບເສັງປາລະໄນ “ຊອກຮູ້ 90 ປີແຫ່ງປະຫວັດສາດອັນສະຫງ່າລາສີຂອງພັກກອມມູນິດຫວຽດນາມ” ຄັ້ງທີ 1 ໃຫ້ແກ່ບັນດາຜູ້ເຂົ້າຮ່ວມໄດ້ຮັບລາງວັນເຂດພາກເໜືອ.
ມອບ​ລ​າງວັນ​ການ​ສອບ​ເສັງ​ຊອກ​ຮູ້ 90 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ - ảnh 1

(ພາບhttp://dangcongsan.vn)

   ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານເລແມັງຮຸ່ງ ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງໃຫ້ຮູ້ວ່າ: ການສອບເສັງແມ່ນ 1 ໃນບັນດາການເຄື່ອນໄຫວອັນແທດຈິງ ມຸ່ງໄປສູ່ການສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (3/2/1930-3/2/2020) ເພື່ອແນໃສ່ຍົກສູງສະຕິຄວາມຮັບຜິດຊອບຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນ.

   ພາຍຫຼັງ 6 ອາທິດ, ມີກ່ວາ 5 ແສນເທື່ອຄົນເຂົ້າຮ່ວມການສອບເສັງຢູ່ທັງໝົດ 63 ແຂວງນະຄອນໃນທົ່ວປະເທດ. ນັບລ້ານເທື່ອຄົນໄດ້ຊອກຮູ້ກ່ຽວກັບປະຫວັດສາດຂອງພັກກອມມູນິດຫວຽດນາມ. ທີ່ພິທີມອບລາງວັນ, ຄະນະຈັດຕັ້ງໄດ້ມອບ 6 ລາງວັນທີ 1, 12 ລາງວັນທີ 2, 18 ລາງວັນທີ 3, 30 ລາງວັນຊົມເຊີຍ. ປ້າຫງວຽນທູຍກຽວ ຢູ່ເງະອານ ໄດ້ຮັບລາງວັນທີ 1 ໃຫ້ຮູ້ວ່າ:

    ການສອບເສັງໄດ້ສະໜອງຄວາມຮູ້ພື້ນຖານທີ່ສຸດໃຫ້ແກ່ທຸກຄົນເພື່ອພ້ອມກັນຊອກຮູ້, ກຳໄດ້ວິວັດການສ້າງຕັ້ງ ແລະ ພັດທະນາຂອງພັກກອມມູນິດຫວຽດນາມ. ການສອບເສັງຖືກຜັນຂະຫຍາຍຢ່າງກວ້າງຂວາງ, ຂ້າພະເຈົ້າປາດຖະໜາວ່າ, ການສອບເສັງຈະນຳເອົາຄວາມຮູ້ມາໃຫ້ທຸກຄົນ, ບໍ່ພຽງແຕ່ສະມາຊິກພັກເທົ່ານັ້ນ, ຫາກຍັງນັບທັງປະຊາຊົນຫວຽດນາມ ທຸກຄົນ ຊື່ງແມ່ນຜູ້ທີ່ມີຄວາມເອກອ້າງທະນົງໃຈຍ້ອນມີການນຳພາຂອງພັກ, ເດີນຕາມ ແລະ ປະຕິບັດຕາມແນວທາງທີ່ພັກໄດ້ວາງອອກ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ