ມອບລາງວັນວິທະຍາສາດ APEC ກ່ຽວກັບການປ່ຽນໃໝ່, ຄົ້ນຄວ້າ ແລະ ສຶກສາ

(VOVWORLD) -ວັນທີ 11 ພຶດສະພາ, ຢູ່ຮ່າໂນ້ຍ ໄດ້ດຳເນີນພິທີມອບລາງວັນວິທະຍາສາດ APEC ກ່ຽວກັບການປ່ຽນໃໝ່, ຄົ້ນຄວ້າ ແລະ ສຶກສາ (ASPIRE 2017).

ມອບລາງວັນວິທະຍາສາດ APEC ກ່ຽວກັບການປ່ຽນໃໝ່, ຄົ້ນຄວ້າ ແລະ ສຶກສາ - ảnh 1 ປະລິຍາເອກ Yanwu Zhu

(ພາບ: dantri.com.vn)

ລາງວັນ ASPIRE ແມ່ນລາງວັນປະຈຳປີ ເພື່ອແນໃສ່ຮັບຮອງບັນດານັກວິທະຍາສາດໜຸ່ມທີ່ມີບັນດາກິດຈະກຳ, ສື່ສິ່ງພິມຄົ້ນຄວ້າວິທະຍາສາດທີ່ດີເດັ່ນ, ພ້ອມທັງມີບັນດາການເຄື່ອນໄຫວຮ່ວມມືກັບບັນດານັກວິທະຍາສາດທີ່ມາຈາກບັນດາພື້ນຖານເສດຖະກິດສະມາຊິກ APEC ອື່ນໆ. ລາງວັນ ASPIRE ແມ່ນເພື່ອແນໃສ່ເພີ່ມທະວີເຄືອຂ່າຍວິທະຍາສາດ ແລະ ເຕັກໂນໂລຊີສາກົນ; ຊຸກຍູ້ການເຕີບໂຕດ້ານເສດຖະກິດ, ບັນດາກາລະໂອກາດດ້ານການຄ້າ ແລະ ການລົງທຶນໃນຄວາມກົມກຽວກັບການພັດທະນາແບບຍືນຍົງ… ຫົວຂໍ້ທີ່ໄດ້ຮັບເລືອກເຟັ້ນເພື່ອມອບລາງວັນ ASPIRE 2017 ແມ່ນ “ເຕັກໂນໂລຊີວັດສະດຸໃໝ່”, ເຊິ່ງໄດ້ສຸມໃສ່ເຂົ້າໃນເຕັກໂນໂລຊີວັດສະດຸທີ່ກ້າວໜ້າເພື່ອຊຸກຍູ້ການປ່ຽນໃໝ່ວິທະຍາສາດ. ຜູ້ທີ່ໄດ້ຮັບລາງວັນ ASPIRE 2017 ແມ່ນປະລິຍາເອກ Yanwu Zhu, ມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີຈີນ ດ້ວຍຂົງເຂດຄົ້ນຄວ້າຕົ້ນຕໍ່ກ່ຽວກັບ “ວັດສະດຸ carbon ໃໝ່”.

ຕອບກັບ

ຂ່າວ/ບົດ​ອື່ນ