ມອບລາງວັນອາສາ ສະໝັກແຫ່ງຊາດປີ 2013
(ມອບລາງວັນອາສາສະໝັກແຫ່ງຊາດປີ 2013)
(vovworld) – ຕອນຄຳ່ວັນທີ 7/12, ຢູ່ຮ່າໂນ້ຍ, ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ສົມທົບກັບໂຄງການອາສາສະໝັກສະປະປະຊາຊາດຈັດຕັ້ງພິທີມອບລາງວັນອາສາສະໝັກແຫ່ງຊາດປີ 2013. ກ່າວຄວາມເຫັນທີ່ພິທີ, ເລຂາປະຈຳສູນກາງຊາວໜຸ່ມ ຟານວັນໝາຍ, ເນັ້ນໜັກວ່າ, ປີ 2013, ຄຽງຂ້າງການເຄື່ອນໄຫວອາສາສະໝັກ ໂດຍຄະນະຊາວໜຸ່ມ, ສະມາຄົມຊາວໜຸ່ມຈັດຕັ້ງຂຶ້ນນັ້ນ, ການເຄື່ອນໄຫວອາສາສະໝັກສັງຄົມຫຼາຍຢ່າງກໍ່ໄດ້ຈັດຂຶ້ນ, ດ້ວຍຫຼາຍຮູບຫຼາຍແບບ ແລະ ມີເນື້ອໃນອຸດົມສົມບຸນ. ການເຄື່ອນໄຫວເຫຼົ່ານັ້ນ ໄດ້ປະກອບສ່ວນແກ້ໄຂບັນດາບັນຫາຮັບປະກັນຊີວິດສັງຄົມ, ປະກອບສ່ວນເຂົ້າໃນການພັດທະນາລວມຂອງປະຊາຄົມ... ສ່ວນທ່ານນາງ Patricia English, ຫົວໜ້າຜູ້ຕາງໜ້າໂຄງການອາສາສະໝັກ ສປຊ ປະຈຳຫວຽດນາມກໍ່ສະແດງຄວາມເຊື່ອໝັ້ນວ່າ, ບັນດາຜົນງານດັ່ງກ່າວ ແມ່ນກຳລັງໜູນເພື່ອເຮັດໃຫ້ການເຄື່ອນໄຫວອາສາສະໝັກຂະຫຍາຍອອກຢ່າງກວ້າງຂວາງ ແລະ ເລິກເຊິ່ງໃນຊີວິດສັງຄົມ...ລາງວັນອາສາສະໝັກແຫ່ງຊາດປີ 2013 ຖືກມອບໃຫ້ 10 ອົງການອາສາສະໝັກ ແລະ ນັກອາສາສະໝັກທີ່ດີເດັ່ນ 10 ຄົນ ເພື່ອເຊີດຊູ, ປຸກລະດົມ ແລະ ຂະຫຍາຍບັນດາຮູບແບບທີ່ດີເດັ່ນ ເຊິ່ງໄດ້ມີການປະກອບສ່ວນຫຼາຍຢ່າງໃນຂະບວນການອາສາສະໝັກເພື່ອປະຊາຄົມ.