ມອບລາງວັນໃຫ້ການເສັງແຕ່ງບົດກະວີ ແລະ ບົດເພງ “ນີ້ແມ່ນທະເລຫວຽດນາມ”

ມອບລາງວັນໃຫ້ການເສັງແຕ່ງບົດກະວີ ແລະ ບົດເພງ “ນີ້ແມ່ນທະເລຫວຽດນາມ” - ảnh 1
ພິທີມອບລາງວັນ “ນີ້​ແມ່ນ​ທະ​ເລ​ຫວຽດນາມ”
(ພາບ: vanvn.net)

(vovworld) - ຕອນ​ຄ່ຳ​ວັນ​ທີ 19/2, ຢູ່​ຫໍ​ວັດທະນະທຳ​ມິດຕະພາບ​ຫວຽດ​ໂຊ ທີ່ຮ່າ​ໂນ້ຍ ​ໄດ້​ດ​ຳ​ເນີນ​ພິທີ​ມອບ​ລາງວັນ ​ແລະ ສະ​ແດງ​ບັນດາ​ບົດ​ກະວີ, ບົດ​ເພງ​ທີ່​ໄດ້​ຮັບລາງວັນ​ໃນ​ການ​​ເສັງ​ແຕ່ງ​ບົດ​ກະວີ ​ແລະ ບົດ​ເພງ​ທີ່​ມີ​ຫົວ​ຂໍ້​ວ່າ: “ນີ້​ແມ່ນ​ທະ​ເລ​ຫວຽດນາມ”. ດ້ວຍ​ບົດ​ກະວີ, ບົດ​ເພງກ່ວາ 1​.500 ບົດທີ່​ເຂົ້າ​ຮ່ວມ​ການ​ເສັງ, ອາດ​ເວົ້າ​ໄດ້​ວ່າ, ການ​​​ເສັງ​ນີ້ ​ໂດຍ​ໜັງສືພິມ​ເອ​ເລັກ​ໂຕ​ນິກ Vietnamnet - ສະມາຄົມ​ນັກ​ປະພັນດົນຕີ - ສະມາຄົມ​ນັກປະພັນ​ຫວຽດນາມສົມທົບ​ກັນ​ຈັດ​ຕັ້ງ​ຂຶ້ນໄດ້​ສ້າງການ​ກະທົບ​​ຢ່າງ​ກ້ວາງ​ຂວາງ​​ໃນສັງຄົມດ້ວຍນັກ​ປະພັນ​​ທຸກ​ຊັ້ນ​ວັນນະ​ເຂົ້າ​ຮ່ວມເປັນ​ຈຳນວນ​ຫຼວງ​ຫຼາຍ. ທີ່​ພິທີ​ມອບ​ລາງວັນ, ນັກ​ກະວີ ຮື​ວຖິງ - ປະທານ​ສະມາຄົມ​ນັກ​ປະພັນ​ຫວຽດນາມ​ໃຫ້​ຮູ້​ວ່າ:

“ການ​​ເສັງນີ້​ໄດ້​ເປັນ​ການ​ປຸກລຸກ​​ນ້ຳ​ໃຈ​ຮັກ​ຊາດ, ຮັກ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ປະຊາຊົນ​ຫວຽດນາມ​, ​ໃນ​ນັ້ນທະ​ເລ​ພຽງແຕ່​ແມ່ນ​ພາກສ່ວນ​ໜຶ່ງ​ຂອງ​ປະ​ເທດ​ເຮົາ​ເທົ່າ​ນັ້ນ. ວັນນະ​ຄະດີ​ສິລະ​ປະ​ໃນ​ຊຸມ​ປີຜ່ານມາ​ໄດ້​ມີ​ການປ່ຽນ​ໃໝ່ ​ແລະ ພັດທະນາ, ​ແຕ່​ມີ​ບາງ​ຄັ້ງ​ບາງ​ຄາວ​ມັນ​ບໍ່​ໄດ້​ສະ​ແດງ​ອອກ.​.​.​ ການ​​ເສັງ​ຄັ້ງ​ນີ້​ຂອງ​ພວກ​ເຮົາ​ສາມາດ​ແກ້​ໄຂ​ບັນດາ​ສິ່ງ​ທີ່​ຂາດ​ຕົກ​ບົກ​ຜ່ອງ​ນັ້ນ, ມັນ​​ໄດ້​ຊ່ວຍ​ໃຫ້​ທຸກ​ຄົນ​ມຸ້ງ​ໄປ​ສູ່​ບັນດາ​ຄຸນຄ່າ​ອັນ​ສູງ​ສົ່ງ”

ຄະນະ​ຈັດ​ຕັ້ງ​ໄດ​້ມອບ​ລາງວັນ​ພິ​ເສດ​ໃຫ້​ບົດ​​ເພງ​ປະສານ​ສຽງ “​ອະນຸ​ສອນ​ກ່ຽວ​ກັບ​ເຈື່ອງ​ຊາ” ​ແລະ ບົດ​ເພງ​ປະສານ​ສຽງ “ທະ​ເລ​ໝູ່​ເກາະ​ວິລະ​ຊົນ, ປະ​ເທດ​ຊາດ​ສະຫງ່າ​ງາມ”.

ຂ່າວ/ບົດ​ອື່ນ