ມອບຫຼຽນກາທີ່ລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາຊາດ” ໃຫ້ເອກອັກຄະລັດຖະທູດ ອາແຊກໄບຢານ ປະຈຳ ຫວຽດນາມ

(VOVWORLD) -  ວັນທີ 27 ກຸມພາ, ທີ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຈັດຕັ້ງພິທີມອບຫຼຽນກາທີ່ລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາຊາດ” ໃຫ້ທ່ານ Anar Lachin Oglu Imanov ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ອາແຊກໄບຢານ ປະຈຳ ຫວຽດນາມ.
ມອບຫຼຽນກາທີ່ລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາຊາດ” ໃຫ້ເອກອັກຄະລັດຖະທູດ ອາແຊກໄບຢານ ປະຈຳ ຫວຽດນາມ - ảnh 1 ທ່ານນາງ ຫງວຽນເຟືອງງາ ມອບຫຼຽນກາທີ່ລະນຶກ ໃຫ້ ທ່ານເອກອັກຄະລັດຖະທູດ Anar Imanov (ພາບ: TTXVN)

        ກ່າວຄຳເຫັນທີ່ພິທີ, ທ່ານນາງ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ເນັ້ນໜັກວ່າ: ດ້ວຍຖານະເປັນເອກອັກຄະລັດຖະທູດຄົນທຳອິດຂອງ ສ.ອາແຊກໄບຢານ ປະຈຳ ຫວຽດນາມ, ທ່ານເອກອັກຄະລັດຖະທູດ Anar Imanov ໄດ້ມີບັນດາການປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີ ແລະ ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືລະຫວ່າງປະຊາຊົນ 2 ປະເທດ. ການພົວພັນນີ້ ພວມນັບມື້ນັບໄດ້ຮັບການພັດທະນາຢ່າງແຮງ, ລົງເລິກຫລາຍຂົງເຂດຄື: ເສດຖະກິດ, ການຄ້າ, ນ້ຳມັນອາຍແກັດ, ການປ້ອງກັນຊາດ, ການສຶກສາ - ບຳລຸງສ້າງ ແລະ ການພົວພັນລະຫວ່າງປະຊາຊົນ.

        ສ່ວນທ່ານເອກອັກຄະລັດຖະທູດ Anar Lachin Oglu Imanov ໄດ້ສະແດງຄວາມເຊື່ອໝັ້ນວ່າ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ອາແຊກໄບຢານ ເວົ້າລວມ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ສະຖານທູດ ອາແຊກໄບຢານ ເວົ້າສະເພາະ ຈະສືບຕໍ່ປະສົບຜົນສຳເລັດ, ພັດທະນາໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ