ມອ​ບຫຼຽນ​ກາ​ລະ​ນຶກ “ເພື່ອ​ສັນ​ຕິ​ພາບ, ມິດ​ຕະ​ພາບ ລະ​ຫວ່າງ​ຊາດ” ໃຫ້​ແກ່​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແບນ​ຊິກ ປະ​ຈຳ ຫວຽດ​ນາມ

(VOVWORLD) -ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ເນັ້ນໜັກວ່າ: ເອກອັກຄະລັດຖະທູດ Paul Jansen  ໄດ້ມີການປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພົວພັນລະຫວ່າງສອງປະເທດໃນທຸກຂັ້ນ, ພິເສດແມ່ນເພີ່ມທະວີການພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາ ແບນຊິກ. 
ມອ​ບຫຼຽນ​ກາ​ລະ​ນຶກ “ເພື່ອ​ສັນ​ຕິ​ພາບ, ມິດ​ຕະ​ພາບ ລະ​ຫວ່າງ​ຊາດ” ໃຫ້​ແກ່​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແບນ​ຊິກ ປະ​ຈຳ ຫວຽດ​ນາມ - ảnh 1ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ມອບຫຼຽນກາໃຫ້ແກ່ທ່ານ ເອກອັກຄະລັດຖະທູດ Paul Jansen (ພາບ: baoquocte.vn)

ວັນທີ 13 ກໍລະກົດ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ມອບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງຊາດ” ໃຫ້ແກ່ທ່ານ Paul Jansen, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ລາຊະອານາຈັກ ແບນຊິກ ປະຈຳ ຫວຽດນາມ. ກ່າວຄຳເຫັນທີ່ພິທີ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ເນັ້ນໜັກວ່າ: ເອກອັກຄະລັດຖະທູດ Paul Jansen  ໄດ້ມີການປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພົວພັນລະຫວ່າງສອງປະເທດໃນທຸກຂັ້ນ, ພິເສດແມ່ນເພີ່ມທະວີການພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາ ແບນຊິກ. ທ່ານ ໄດ້ຕັ້ງໜ້າສະໜັບສະໜູນ, ໜູນຊ່ວຍ ຫວຽດນາມ ໃນວິວັດການເຈລະຈາ, ເຊັນສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ແລະ ສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA). ສ່ວນທ່ານເອກອັກຄະລັດຖະທູດ Paul Jansen ປາດຖະໜາວ່າ ການພົວພັນລະຫວ່າງສອງປະເທດ ຫວຽດນາມ - ແບນຊິກ ຈະສືບຕໍ່ພັດທະນາຢ່າງດີງາມກວ່າອີກໃນອະນາຄົດ.


ຕອບກັບ

ຂ່າວ/ບົດ​ອື່ນ