ມອບຫຼຽນ​ໄຊ​ທີ່​ລະ​ນຶກ “ເພື່ອ​ສັນ​ຕິ​ພາບ​ມິດ​ຕະ​ພາບ​ລະ​ຫວ່າ​ງ​​ຊາດ” ໃຫ້​ແກ່​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຍີ່​ປຸ່ນປະ​ຈຳຫວຽດ​ນາມ

(VOVWORLD) -ຕອນບ່າຍວັນທີ 20 ມີນາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO)  ໄດ້ຈັດພິທີມອບຫຼຽນໄຊທີ່ລະນຶກ “ເພື່ອສັນຕິພາບມິດຕະພາບລະຫວ່າງຊາດ” ໃຫ້ແກ່ທ່ານ Umeda Kunio ເອກອັກຄະລັດຖະທູດຍີ່ປຸ່ນປະຈຳຫວຽດນາມ
ມອບຫຼຽນ​ໄຊ​ທີ່​ລະ​ນຶກ “ເພື່ອ​ສັນ​ຕິ​ພາບ​ມິດ​ຕະ​ພາບ​ລະ​ຫວ່າ​ງ​​ຊາດ” ໃຫ້​ແກ່​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຍີ່​ປຸ່ນປະ​ຈຳຫວຽດ​ນາມ  - ảnh 1

ພາບ: TTXVN

    ພິທີ່ດັ່ງກ່າວຈັດຂຶ້ນເນື່ອງໃນໂອກາດທ່ານສິ້ນສຸດອາຍຸການປະຕິບັດງານຢູ່ຫວຽດນາມ ເພື່ອແນໃສ່ ແລະ ເຊີດຊູບັນດາການປະກອບສ່ວນອັນມີຄ່າຂອງທ່ານ ໃນການປັບປຸງ ແລະ ເພີ່ມທະວີຄວາມເຂົ້າອົກເຂົ້າໃຈຊື່ງກັນ ແລະ ກັນ, ການພົວພັນມິດຕະພາບ, ນ້ຳໃຈສາມັກຄີ ແລະ ການຮ່ວມມືລະຫວ່າງປະຊາຊົນສອງປະເທດຫວຽດນາມ ແລະ ຍີ່ປຸ່ນ.

   ໃນໄລຍະເວລາ 3 ປີເຄິ່ງທີ່ປະຕິບັດງານຢູ່ຫວຽດນາມ, ທ່ານເອກອັກຄະລັດຖະທູດ Umeda Kunio ຍາມໃດກໍ່ໄດ້ປະກອບສ່ວນຢ່າງຕັ້ງໜ້າທີ່ສຸດ ເຂົ້າໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກ້ວາງຂວາງລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ, ພັດທະນາຮອບດ້ານໃນບັນດາຂົງເຂດການເມືອງ, ການຕ່າງປະເທດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ-ການຄ້າ, ການລົງທຶນ… ທ່ານເອກອັກຄະລັດຖະທູດ Umeda Kunio ກໍ່ຕັ້ງໜ້າຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ ລະຫວ່າງບັນດາວິສາຫະກິດ, ທ້ອງຖິ່ນສອງປະເທດ;  ຊຸກຍູ້ການປະຕິບັດການຊ່ວຍເຫຼືອຫຼ້າໃຫ້ແກ່ບັນດາໂຄງການອຸປະຖຳຂອງລັດຖະບານຍີ່ປຸ່ນ ຢູ່ບັນດາແຂວງ, ນະຄອນຂອງຫວຽດນາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ