ມະຕິກ່ຽວກັບທະເລຕາເວັນອອກ ແມ່ນມະຕິທີ່ສຳຄັນທີ່ສຸດ ສຳລັບພາກພື້ນ
ທ່ານນາງ Madeleine Bordallo ສະມາຊິກສະພາຕ່ຳອາເມລິກາ
|
(vovworld)- ມະຕິກ່ຽວກັບທະເລຕາເວັນອອກ ແມ່ນມະຕິທີ່ສຳຄັນທີ່ສຸດ ສຳລັບພາກພື້ນ. ນີ້ແມ່ນຄຳຢືນຢັນຂອງທ່ານນາງ Madeleine Bordallo ສະມາຊິກສະພາຕ່ຳອາເມລິກາ ໃນການແລກປ່ຽນກັບນັກຂ່າວ VOV ປະຈຳອາເມລິກາກ່ຽວກັບມະຕິຮຽກຮ້ອງໃຫ້ແກ້ໄຂບັນດາການຂັດແຍ້ງກັນຢູ່ ທະເລຕາເວັນອອກ ແລະ ທະເລຮວາຕຸງດ້ວຍມາດຕະການສັນຕິວິທີໂດຍສະພາຕ່ຳອາເມລິກາຮັບຮອງເອົາໃນອາທິດແລ້ວນີ້. ກ່ຽວກັບບັນດາຜົນກະທົບຂອງມະຕິນີ້ທີ່ມີຕໍ່ອາເມລິກາ ກໍຄືບັນດາຝ່າຍທີ່ກ່ຽວຂ້ອງຢູ່ ທະເລຕາເວັນອອກ, ທ່ານນາງ Madeleine Bordallo ສະມາຊິກສະພາຕ່ຳອາເມລິກາ ຖືວ່າ :
“ ດ້ວຍການຮັບຮອງເອົາ ມະຕິກ່ຽວກັບທະເລຕາເວັນອອກນັ້ນ, ສະພາແຫ່ງຊາດອາເມລິກາໄດ້ສົ່ງສານຢ່າງຈະແຈ້ງວ່າ ພວກຂ້າພະເຈົ້າຫວັງວ່າ ການຂັດແຍ້ງກັນຄວນໄດ້ຮັບການແກ້ໄຂລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງ ແລະ ຜ່ານນັ້ນ ກໍຊ່ວຍໃຫ້ການພົວພັນລະຫວ່າງບັນດາປະເທດມີຄວາມສະດວກສະບາຍກວ່າ. ມະຕິກໍໄດ້ຢືນຢັນຄືນກ່ຽວກັບຫຼັກໝັ້ນຂອງອາເມລິກາໃນນະໂຍບາຍສ້າງຄວາມດຸນດຽງຄືນໃໝ່ ແລະ ແນ່ນອນວ່າຈະປະກອບສ່ວນຊຸກຍູ້ບັນດາການເຄື່ອນໄຫວທາງດ້ານເສດຖະກິດ ແລະ ຄວາມໝັນຄົງໃນພາກພື້ນ. ຂ້າພະເຈົ້າຖືວ່າ ນີ້ແມ່ນໜຶ່ງໃນບັນດາມະຕິທີ່ສຳຄັນທີ່ສຸດສຳລັບພາກພື້ນ”
ຕາມທ່ານນາງ Madeleine Bordallo ສະມາຊິກສະພາຕ່ຳອາເມລິກາແລ້ວ, ສະພາແຫ່ງຊາດອາເມລິກາຖືວ່າ ການຂັດແຍ້ງກັນຢູ່ ທະເລຕາເວັນອອກ ແມ່ນກ່ຽວຂ້ອງເຖິງຫຼາຍປະເທດ ແລະ ການແກ້ໄຂການຂັດແຍ້ງກັນນີ້ ມີບົດບາດສຳຄັນທີ່ສຸດໃນສະພາວະທີ່ອາເມລິກາພວມຫັນຈຸດໃຈກາງໄປສູ່ພາກພື້ນອາຊີ-ປາຊີຝິກ.