ມະຫາເສດຖີ Jack Ma ພົວປະແລກປ່ຽນກັບນັກສຶກສາ, ຊາວໜຸ່ມ ຫວຽດນາມ

(VOVWORLD) - ຕອນບ່າຍວັນທີ 6 ພະຈິກ, ຢູ່ຫໍປະຊຸມແຫ່ງຊາດ ໝີດິ່ງ, ຮ່າໂນ້ຍ, ມະຫາເສດຖີ Jack Ma, ຫົວໜ້າກຸ່ມບໍລິສັດການຄ້າເອເລັກໂຕນິກ Alibaba, ມີການພົບປະ, ໂອ້ລົມໂດຍກົງກັບນັກສຶກສາເກືອບ 4.000 ຄົນ.
ມະຫາເສດຖີ Jack Ma ພົວປະແລກປ່ຽນກັບນັກສຶກສາ, ຊາວໜຸ່ມ ຫວຽດນາມ - ảnh 1ມະຫາເສດຖີ Jack Ma ທີ່ການພົບປະແລກປ່ຽນ 

    ໄປພ້ອມກັບບັນດາຫົວຂໍ້ກ່ຽວກັບການກໍ່ຮ່າງສ້າງຕົວ, ສ້າງ ແລະ ເລີ່ມທຸລະກິດ,ເສັ້ນທາງແຫ່ງການຮ່ຳຮຽນແລ້ວ, ທີ່ການພົບປະແລກປ່ຽນ, ມະຫາເສດຖີ Jack Ma ໄດ້ແບ່ງປັນກັບບັນດາເພື່ອນໜຸ່ມ ຫວຽດນາມ ກ່ຽວກັບວິຖີຊີວິດທີ່ຖືກຕ້ອງ ໃນຄົນລຸ້ນໜຸ່ມ ເຮັດແນວໃດເພື່ອໃຫ້ແຕ່ລະຄົນເຮັດວຽກໃນຄາວຍັງໜຸ່ມແໜ້ນໃຫ້ດີທີ່ສຸດ… ບັນດາເລື່ອງລາວທີ່ ທ່ານ Jack Ma ແບ່ງປັນທີ່ການພົບປະ ລ້ວນແຕ່ແມ່ນບັນດາບົດຮຽນອັນລ້ຳຄ່າໂດຍມະຫາເສດຖີ ຖອດຖອນມາໄດ້ຈາກການຮ່ຳຮຽນ ແລະ ກໍ່ຮ່າງສ້າງຕົວເອງ.

        ທີ່ການພົບປະແລກປ່ຽນ, ມະຫາເສດຖີ ປາດຖະໜາຢາກຊຸກຍູ້ນ້ຳໃຈກໍ່ຮ່າງສ້າງຕົວ, ມີຫົວຄິດປະດິດສ້າງໃນຊາວໜຸ່ມ, ນັກສຶກສາຕື່ມອີກ, ພ້ອມທັງຈະມີເພື່ອນໜຸ່ມຫຼາຍຄົນບຸກໜ້າໃນການຮ່ຳຮຽນ, ເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນ ແລະ ໝູນໃຊ້ຄວາມກ້າວໜ້າດ້ານວິທະຍາສາດ - ເຕັກນິກ; ກ້າຄິດກ້າທຳ, ກໍ່ຮ່າງສ້າງຕົວ, ເປັນເຈົ້າການມີຫົວຄິດປະດິດສ້າງໃນການເລີ່ມທຸລະກິດ, ປະກອບສ່ວນສ້າງສາປະເທດຊາດໃຫ້ນັບມື້ນັບຮັ່ງມີ, ເຂັ້ມແຂງ.

ຕອບກັບ

ຂ່າວ/ບົດ​ອື່ນ