ມາເລເຊຍ ເລື່ອນ ກອງປະຊຸມການນຳ ການເງິນ APEC

(VOVWORLD) -ມາເລເຊຍ ເລື່ອນກອງປະຊຸມການນຳການເງິນ  APEC ແລະ ທະນາຄານສູນກາງຂອງບັນດາພື້ນຖານເສດຖະກິດສະມາຊິກ ເວທີປາໄສການຮ່ວມມື ອາຊີ - ປາຊີຟິກ (APEC) ຄາດວ່າ ດຳເນີນແຕ່ວັນທີ 17  - 19 ມີນາປີ 2020 ຍ້ອນ COVID-19. 

 ຂໍ້ຕົກລົງນີ້ ໄດ້ຍົກອອກມາ ຄືດັ່ງມາດຕະການຫນຶ່ງ ເພື່ອແນໃສ່ຮັບປະກັນຄວາມປອດໄພ ແລະ ສຸຂະພາບໃຫ້ບັນດາສະມາຊິກ ກໍ່ຄື ຄະນະເລຂາ. ປະຈຸບັນ ມາເລເຊຍ ຍັງບໍ່ທັນກຳນົດຈຸດເວລາຈັດຕັ້ງກອງປະຊຸມດັ່ງກ່າວເທື່ອ.

ຄາດວ່າ ມາເລເຊຍ ຈັດຕັ້ງກອງປະຊຸມສຸດຍອດ APEC ໃນເດືອນພະຈິກປີ 2020. ທ່ານນາຍົກລັດຖະມົນຕີ ມາເລເຊຍ Muhyiddin Yassin ປະກາດວ່າ: ລັດຖະບານ ປະເທດນີ້ ຈະປີດລ້ອມປະເທດຊາດ ເພື່ອປະຕິບັດຄຳສັ່ງກວດກາການໄປມາ ນັບແຕ່ວັນທີ 18 – 31 ມີນາ.

ຕອບກັບ

ຂ່າວ/ບົດ​ອື່ນ