ມາເລເຊຍ ໃຫ້ຄຳໝັ້ນສັນຍາຮັກສາການພົວພັນອັນດີງາມກັບທຸກປະເທດ

(VOVWORLD) - ວັນທີ 11 ພຶດສະພາ , ທ່ານນາຍົກລັດຖະມົນຕີ ທີ່ຫາກໍ່ໄດ້ຮັບໄຊຊະນະໃນການເລືອກຕັ້ງຂອງ ມາເລເຊຍ Mahathir Mohamad, ໄດ້ຖະແຫຼງວ່າ
ມາເລເຊຍ ໃຫ້ຄຳໝັ້ນສັນຍາຮັກສາການພົວພັນອັນດີງາມກັບທຸກປະເທດ - ảnh 1 ທ່ານນາຍົກລັດຖະມົນຕີ ມາເລເຊຍ Mahathir Mohamad (ຢູ່ກາງ) ພາບ: Kyodo/TTXVN

ໂດຍແມ່ນປະເທດການຄ້າ, ມາເລເຊຍ ຈະຮັກສາການພົວພັນອັນດີງາມກັບປະຊາຄົມສາກົນ ບໍ່ພ້ອມພຸ້ນພ້ອມພີ້ບໍ່ວ່າປະເທດໃດ ຫຼື ແຊກແຊງເຂົ້າໃນວຽກງານພາຍໃນຂອງປະເທດອື່ນ. ທ່ານ Mohamad ຊີ້ແຈ້ງວ່າ: ການຄ້າແມ່ນຂົງເຂດສຳຄັນ ແລະ ມາເລເຊຍ ຈະມານະພະຍາຍາມ ເພື່ອຮັບປະກັນຕະຫລາດໃຫ້ກ້ວາງໃຫຍ່ທີ່ສຸດ . ແລະ ກໍ່ຕາມການນຳ ມາເລເຊຍ ແລ້ວ, ປະເທດນີ້ ຈະຮັກສາທີ່ຕັ້ງເປັນກາງ ແລະ ຈະບໍ່ເຂົ້າຮ່ວມເຂົ້າໃນບໍ່ວ່າການກະທຳໃດໆ ຂອງບັນດາປະເທດມະຫາອຳນາດ ແນໃສ່ຈັດວາງບັນດາຄຳສັ່ງລົງໂທດຕ້ານຄືນປະເທດອື່ນ ຍ້ອນມີຄວາມບໍ່ລົງລອຍກັນກ່ຽວກັບດ້ານທັດສະນະ. ທ່ານຍັງເນັ້ນໜັກວ່າ ມາເລເຊຍ ເອົາໃຈໃສ່ເປັນພິເສດເຖິງການ ສ້າງຕັ້ງບັນດາການພົວພັນກັບບັນດາປະເທດອື່ນໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ