ມາເລເຊຍມານະພະຍາຍາມຊອກຫາເຮືອບິນMH370

ມາເລເຊຍມານະພະຍາຍາມຊອກຫາເຮືອບິນMH370 - ảnh 1
ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, ຜູ້​ຮັກສາ​ການ​ລັດຖະມົນຕີ​ກະຊວງ​ຄົມມະນາຄົມ ມາ​ເລ​ເຊຍ Hishammuddin Hussein ທີ່ການປະຊຸມຂ່າວ
(ພາບ: PV/Vietnam+)

(vovworld) – ​ໃນ​ການ​ປະ​ຊຸມ​ຂ່າວ​ໃນ​ຕອນ​ບ່າຍ​ວັນ​ທີ 31/3, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, ຜູ້​ຮັກສາ​ການ​ລັດຖະມົນຕີ​ກະຊວງ​ຄົມມະນາຄົມ ມາ​ເລ​ເຊຍ Hishammuddin Hussein ​ເນັ້ນ​ໜັກ​ວ່າ: ການ​ຮ່ວມ​ມື​ສາກົນ​ໃນການ​ຊອກ​ຫາ​ເຮືອບິນ MH 370 ຫາຍ​ສາບ​ສູນ​ແມ່ນ​ໃຫຍ່​ຫຼວງ​ທີ່​ສຸດ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ກອງທັບ​ບັນດາ​ປະ​ເທດ ມາ​ເລ​ເຊຍ, ອົດ​ສະ​ຕາ​ລີ, ອາ​ເມ​ລິ​ກາ, ນິວຊີ​ແລນ, ຈີນ, ຍີ່ປຸ່ນ ​ແລະ ສ ​ເກົາຫຼີ. ​​ເມື່ອ​ແບ່ງປັນ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່​ບັນດາ​ຄອບຄົວ​ມີ​ຍາດຕິ​ພີ່ນ້ອງ​ໃນ​ເຮືອບິນ MH 370, ທ່ານ​ລັດຖະມົນຕີ Hishammuddin ​ເວົ້າ​ວ່າ: ທ່ານ​ເຂົ້າ​ໃຈ​ໄດ້​ວ່າ, ນີ້​ແມ່ນ​ໄລຍະ​ເວລາ​ທີ່​ຫຍຸ້​ງຍາກ​ສຳລັບ​​ເຂົາ​ເຈົ້າ ​ແລະ ຊີ້​ແຈ້ງວ່າ ຄຳ​ຖາມ​ເຊິ່ງທຸກໆ​ຄອບຄົວ​ຢາກ​ທີ່​ໄດ້​ຮັບ​ຄຳ​ຕອບ​ກໍ່​ແມ່ນ​ຄຳ​ຖາມ​ເຊິ່ງລັດຖະບານ ມາ​ເລ​ເຊຍ ຄວນ​ຊອກຫາຄຳ​ຕອບ, ນັ້ນ​ແມ່ນ​ເຮືອ​ບິນ MH 370 ກໍ່​ຄື​ບັນດາ​ຜູ້​ໂດຍສານ​ໃນ​ຖ້ຽວ​ບິນ​ລຳ​ດັ່ງກ່າວ​ພວມ​ຢູ່​ໃສ. ທ່ານຢືນຢັນ​ວ່າ: ມາ​ເລ​ເຊຍ​ ພວມ​ພ້ອ​ມກັບ​ທຸກໆ​ປະ​ເທດ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ເພື່ອ​ຊອກ​ຫາ, ສືບສວນ ​ແລະ ຈະ​ບໍ່​ປະລະ​ບໍ່​ວ່າຄວາມ​ຫວັງ​ໃດໆ.

    ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຂ້າ​ຫຼວງ​ໃຫຍ່ອົດ​ສະ​ຕາ​ລີ ປະຈຳ ມາ​ເລ​ເຊຍ ທ່ານ Rod Smith ​ໄດ້​ປະກາດ​ກ່ຽວ​ກັບ​ເລື່ອງ​ສ້າງ​ຕັ້ງ​ສູນ​ປະສານ​ງານ​ອົງການ​ລວມ (JACC) ຕັ້ງ​ຢູ່ Perth, ດ້ວຍ​ໜ້າ​ທີ່​ປະສານ​​ບັນດາ​ການ​ເຄື່ອນ​ໄຫວ​ຊອກ​ຫາ​ລະຫວ່າງ​ລັດຖະບານ ອົດ​ສະ​ຕາ​ລີ ​ແລະ ບັນດາ​ກຸ່ມ​ຊ​ອກຫາ​ສາກົນ.

 



ຂ່າວ/ບົດ​ອື່ນ