ມື້ເຮັດວຽກທີ2ຂອງກອງປະຊຸມສະໄໝສາມັນເທື່ອທີ7,ສະພາແຫ່ງຊາດຫວຽດນາມຊຸດທີ13

ມື້ເຮັດວຽກທີ2ຂອງກອງປະຊຸມສະໄໝສາມັນເທື່ອທີ7,ສະພາແຫ່ງຊາດຫວຽດນາມຊຸດທີ13 - ảnh 1
ພາບປະກອບ

ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ຮ່າງ​ກົດໝາຍ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ຄົມມະນາຄົມ​ທາງນ້ຳພາຍ​ໃນ

(vovworld) - ວັນ​ທີ 21/5, ໂດຍ​ສືບ​ຕໍ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 7, ສະ​ພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13 ດ້ວຍຫຼາຍ​ເນື້ອ​ໃນ​ທີ່​ສຳ​ຄັນ.

    ຕອນ​​ເຊົ້າວັນ​ທີ 21/5, ສະພາ​ແຫ່ງ​ຊາດ​ໄດ້​ເຮັດ​ວຽກ​ຢູ່​ຫໍ​ປະຊຸມ, ຮັບ​ຟັງ​ການ​ອະພິປາຍ, ຮັບ​ຟັງ, ດັດ​ແປງຮ່າງ​ກົດໝາຍ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ຄົມມະນາຄົມ​ທາງນ້ຳພາຍ​ໃນ ​ແລະ ປຶກສາ​ຫາລື​ບາງ​ເນື້ອ​ໃນ​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດໝາຍ​ສະບັບ​ດັ່ງ​ກ່າວ. ສສຊ ສ່ວນ​ຫຼາຍ​ໄດ້​ຕີ​ລາຄາ​ວ່າ, ຮ່າງ​ກົດໝາຍ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ຄົມມະນາຄົມ​ທາງນ້ຳພາຍ​ໃນຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ພິຈາລະນາ​ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ສະພາ​ແຫ່ງ​ຊາດ​ຫວຽ​ດນາມ ຊຸດ​ທີ 13 ຄັ້ງນີ້​ໄດ້​ຮັບ​ຟັງ​ຄຳ​ເຫັນ​ຂອງ ສສຊ​ ໃນ​ສະ​ໄຫມຄັ້ງກ່ອນ​ຢ່າງ​ເຂັ້ມງວດ ​ແລະ ດັດ​ແປງ, ​ແກ້​ໄຂ​ໄດ້​ບັນດາ​ຂໍ້​ຕິດ​ຂັດ.

  ທ້າຍ​ວາລະ​ປະຊຸມ​ຕອນ​ເຊົ້າ, ສະ​ພາ​ແຫ່ງ​ຊາດ​ຈັດການ​ປະຊຸມ​ສະ​ເພາະ, ປຶກສາ​ຫາລື​ທີ່​ບັນດາ​ຄະນະ​ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ເລື່ອງ​ຈີ​ນ ຕັ້ງຮ້ານ​ເຈະາະ​ນ້ຳມັນ​ໄຮ​ຢາງ 981 ​ຢ່າງ​ຜິດ​ກົດໝາຍໃນ​ເຂດ​ເສດຖະກິດ​ຈຳ​ເພາະຂອງ​ຫວຽດນາມ; ປຶກສາ​ຫາລື​ແຜນ​ນະ​ໂຍບາຍ ​ແລະ ມາດ​ຕະການຂອງ​ຫວຽດນາມ.

   ຕອນ​ບ່າຍ​ຂອງ​ວັນ​ທີ 21/5, ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລືຢູ່​ໜ່ວຍ​ກ່ຽວ​ກັບ​ການ​ຄາດ​ຄະ​ເນ​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນຍັດ​ປີ 2015, ດັດ​ແປງ, ລັດຖະບັນຍັດຊຸດ​ທີ 13 ​ແລະ ປີ 2014 ຂອງ​ສະພາ​ແຫ່ງ​ຊາດ, ສສຊ ຫຼາຍ​ທ່ານ​ມີ​ຄຳ​ເຫັນ​ວ່າ: ຕ້ອງ​ບຸລິມະສິດ​ກົດໝາຍສະບັບ​ຕ່າງ​ໆຫັນ​ບັນດາ​ຂໍ້​ກຳນົດ​ຂອງ​ລັດຖະ ທຳ​ມະນູນ​ປີ 2013 ​ເປັນ​ລະບຽບ​ກົດໝາຍ. ທ່ານ​ເຈິ​ນຢູລິກ, ສສຊ ນະຄອນ​ໂຮ່ຈິ​ມິນ ສະ​ເໜີ​ວ່າ:

 “​ໃນ​ໄລຍະ​ຍັງ​ເຫຼືອ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ຕ້ອງ​ກຳນົດ​ບັນດາ​ຈຸດ​ໃໝ່​ຂອງ​ລັດຖະທຳ​ມະນູນ​​ເພື່ອ​ຜັນ​ຂະຫຍາຍ​ລັດຖະທຳ​ມະນູນ​ໃນ​ຊີວິດ​ການ​ເປັນ​ຢູ່. ສະພາ​ແຫ່ງ​ຊາດ​ຕ້ອງ​ແມ່ນ​ອົງການ​ປະຕິບັດ​ລັດຖະທຳ​ມະນູນ​ທຳ​ອິດ​. ຂ້າພະ​ເຈົ້າສະ​ເໜີ​ພວກ​ເຮົາ​ຕ້ອງ​ເລືອກ​ແຕ່ລະໝວດບັນຫາ​ເພື່ອ​ປະກາດ​ໃຊ້​ກົດໝາຍ​ຄື: ໝວດກ່ຽວ​ຂ້ອງ​ເຖິງກົງຈັກ​ລັດ, ການ​ບໍລິຫານ​ຂອງ​ລັດ….“./.


ຂ່າວ/ບົດ​ອື່ນ