(VOVWORLD) - ສອງເຫດການ “OCOP ສິນພິເສດຂອງເຂດພາກ ແລະ ອາຫານການກິນ”, “ສີສັນ OCOP ແລະ ບຸນປີໃໝ່ປະຈຳຊາດ” ຈະດຳເນີນແຕ່ວັນທີ 26 – 31 ທັນວາ, ຢູ່ນະຄອນ ໂຮ່ຈີມິນ, ເຕົ້າໂຮມເກືອບ 200 ຮ້ານວາງສະແດງຜະລິດຕະພັນ OCOP ດີເດັ່ນ.
ການຖະແຫຼງຂ່າວກ່ຽວກັບລາຍການເຊື່ອມຕໍ່ຜະລິດຕະພັນ OCOP ຢູ່ນະຄອນ ໂຮ່ຈີມິນ (ພາບ: VOV) |
ບັນດາເຫດການວາງສະແດງຫຼາກຫຼາຍຜະລິດຕະພັນ OCOP ດີເດັ່ນ, ເຊັ່ນ: ຊາ, ກາເຟ, ໝາກມ່ວງຫິມະພານ, ຢາສະໝູນໄພ, ຜະລິດຕະພັນກະເສດ - ສິນໃນນ້ຳປຸງແຕ່ງ, ຮັງນົກ, ເຄື່ອງດື່ມ, ເຄື່ອງຫັດຖະກຳ ແລະ ບັນດາຜະລິດຕະພັນທີ່ເປັນຂອງຕ້ອນຂອງຝາກ, ສິນພິເສດໃນໂອກາດບຸນປີໃໝ່ປະຈຳຊາດ. ຈຸດພົ້ນເດັ່ນຂອງລາຍການດັ່ງກ່າວແມ່ນການຍູ້ແຮງການໝູນໃຊ້ຫັນເປັນດີຈີຕອນ, ພິເສດແມ່ນຜ່ານການເຄື່ອນໄຫວ ໄລສົດຂາຍເຄື່ອງ, ຫຼຸດລາຄາ ແລະ ເຊື່ອມຕໍ່ທາງໄກ, ສ້າງເງື່ອນໄຂໃຫ້ບັນດາເຈົ້າຂອງຜະລິດຕະພັນ OCOP ມີໂອກາດໂຄສະນາ, ຊອກຫາຄູ່ຮ່ວມມື ແລະ ເປີດກວ້າງຕະຫຼາດ.
ທ່ານ ເລວຽດບິ່ງ, ຮອງຫົວໜ້າຫ້ອງການກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮັບຜິດຊອບພາກໃຕ້, ໃຫ້ຮູ້ວ່າ:
“ໃນໂອກາດທ້າຍປີ ແລະ ບຸນປີໃໝ່ປະຈຳຊາດຂອງ ຫວຽດນາມ, ບັນດາຜະລິດຕະພັນ OCOP ມີທ່າແຮງພົ້ນເດັ່ນກວ່າເມື່ອທຽບໃສ່ບັນດາຜະລິດຕະພັນກະສິກຳອື່ນ. ນັ້ນແມ່ນຄຸນຄ່າຂອງທ້ອງຖິ່ນ ແລະ ຄຸນຄ່າວັດທະນະທຳ ເຊິ່ງບັນດາຜະລິດຕະພັນກະເສດອື່ນບໍ່ມີ. ຖ້າພວກເຮົາເຂົ້າເຖິງ ແລະ ເຊື່ອມຕໍ່ຜູ້ຜະລິດກັບຜູ້ບໍລິໂພກ, ແຂກທ່ອງທ່ຽວໄດ້ນັ້ນ, ຜະລິດຕະພັນ OCOP ບໍ່ພຽງແຕ່ແມ່ນຜະລິດຕະພັນກະເສດຢ່າງດຽວເທົ່ານັ້ນ ຫາກຍັງໄດ້ຕິດພັນກັບວັດທະນະທຳ ແລະ ການທ່ອງທ່ຽວ ອີກດ້ວຍ”.