ຢັ້ງຢືນໄດ້ລາຍຊື່ຂອງ3ເປົ້າໝາຍບຸກໂຈມຕີກໍ່ການຮ້າຍຢູ່ຝລັ່ງ

ຢັ້ງຢືນໄດ້ລາຍຊື່ຂອງ3ເປົ້າໝາຍບຸກໂຈມຕີກໍ່ການຮ້າຍຢູ່ຝລັ່ງ - ảnh 1
​ການບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍຢູ່​ນະຄອນຫຼວງ​ປາຣີ
(ພາບ: VTV)


(vovworld) – ວັນ​ທີ 14/11, ຕຳຫຼວດ​ຝລັ່ງ ​ແຈ້ງ​ໃຫ້​ຊາບວ່າ, ​ສາມາດຢັ້ງຢືນ​ໄດ້​ວ່າ​ມີ 3 ກຸ່ມ​ປະກອບ​ອາວຸດ​ນຸ່ງ​ເຊື້ອ​ກັນ​ລູກ​ປືນ​ເຂົ້າ​ຮ່ວມ​ບັນດາ​ການບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍຢູ່​ນະຄອນຫຼວງ​ປາຣີ, ​ໃນ​ຕອນ​ຄໍ່າ​ວັນ​ທີ 13/11, ​ເຮັດ​ໃຫ​້ 129 ຄົນ​ເສຍ​ຊີວິດ ​ແລະ ກວ່າ 350 ຄົນ​ຮັບ​ບາດ​ເຈັບ​. ຕາມ​ບັນດາ​​ເຈົ້າ​ໜ້າ​ທີ່​ອາ​ໄອ​ຍະ​ການ​ຂອງ​ຝລັ່ງ​ແລ້ວ, ມີ 7 ​ຄົນ​ຂຶ້ນ​ກັບ 3 ກຸ່ມ​ນີ້​ຖືກ​ດັບ​ສູນ ຫຼື ​ເສຍ​ຊີວິດ​ຍ້ອນ​ວາງ​ລະ​ເບີດ​ສະຫຼະ​ຊີບ. ​ເປົ້າ​ໝາຍ​ທຳ​ອິດ​​ໄດ້​ຮັບ​ການ​ຢັ້ງຢືນ​ແມ່ນ​ພົນລະ​ເມືອງ​ຝລັ່ງ ມີ​ຊື່ວ່າ Omar Ismail Mostefai, ອາ​ຍຸ 29 ປີ. ​ເປົ້າ​ໝາຍ​ຜູ້​ນີ້​ໄດ້​ຮັບ​ຖື​ວ່າ ​ໄດ້​ຮ້ອງ​ໂຮ່ “ພະ​ເຈົ້າ Alla ຜູ້​ຍິ່ງ​ໃຫຍ່” ກ່ອນ​ທີ່​ຍິງ​ປືນ​ໃສ່​ຕົວ​ປະກັນ 100 ຄົນ​ໃນ​ໂຮງ​ລະຄອນ Bataclan. ​ເປົ້າ​ໝາຍ​ຜູ້ທີ 2 ​ໄດ້​ຖືກ​ຢັ້ງຢືນ​​ເຄີຍ​ລົບ​ໄພ​ຢູ່​ເກຼັກ, ມາ​ຈາກ​ຊີ​ຮີ, ​ເປົ້າ​ໝາຍ​ຜູ້​ທີ 3 ພວມ​ຖືກ​ສືບສວນ​ ​ແລະ ຜູ້ກ່ຽວກໍ​ຖືກ​ສົງ​ໄສ​ນອນ​​​ໃນ​ຈຳນວນຊາວ​ອົບ​ພະຍົບ​ເຂົ້າ​ມາ​ເກຼັກ ມາ​ຈາກ​ຊີຣີ.

ຂ່າວ/ບົດ​ອື່ນ