ຢືນຢັນບົດບາດຂອງກຳມະບານໃນຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ

ຢືນຢັນບົດບາດຂອງກຳມະບານໃນຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ  - ảnh 1


(vovworld)-​ເລື່ອງ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ສືບ​ຕໍ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢູ່​ບັນດາ​ຂະ​ແຫນງ​ການ, ທ້ອງ​ຖິ່ນ​ຕ່າງໆ. ທີ່​ກອງ​ປະຊຸມ​ປະກອບ​ຄຳ​ເຫັນ​ໃສ່​ລັດຖະທຳ​ມະນູນ ​ໂດຍ​ສະຫະພັນ​ແຮງ​ງານ​ຫວຽດນາມ ຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 16/5, ບັນດາ​ຜູ້​ແທນ​ລ້ວນ​ແຕ່​ເນັ້ນ​ຫນັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງກຳນົດ​ບົດບາດ​ຂອງ​ອົງການ​ກຳມະບານ​ໃນ​ລັດຖະທຳ​ມະນູນ​. ທ່ານ​ຟ້າ​ມ​ເທ​ຢວຽດ, ອະດີດ​ປະທານ​ຄະນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຍົກ​ຄຳ​ເຫັນ​ວ່າ:

        “ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ຮັບ​ຮູ້​ວ່າພັກ​ແມ່ນ​ກອງ​ນຳ​ຫນ້າ​ຂອງ​ຊົນ​ຊັ້ນ​ກຳມະກອນ. ສຳລັບ​ຊົນ​ຊັ້ນ​ກຳມະກອນ, ກຳມະບານ​ແມ່ນ​ອົງການ​ຕົວ​ແທນ​ໂດຍ​ກົງ ​ແລະ ​ໃກ້ຊິດຕິດ​ແທດ. ຢາກ​ມີ​ອົງຄະ​ນະ​ພັກ​ແຂງ​ແຮງ, ຊົນ​ຊັ້ນ​ກຳມະກອນ​ແຂງ​ແຮງ ຕ້ອງ​ຖື​ເປັນ​ສຳຄັນ​ບົດບາດ​ຂອງ​ອົງການ​ກຳມະບານ. ​ເພາະສະ​ນັ້ນ ຕ້ອງ​ຢືນ​ຢັນ​ບົດບາດ​ຂອງ​ກຳມະບານ​ໃນ​ລັດຖະທຳ​ມະນູນ.”

ຂ່າວ/ບົດ​ອື່ນ