ຢ່າງໜ້ອຍສຸດມີ11ຄົນເສຍຊີວິດໃນເຫດເຮືອເອລີກອບແຕຕົກຢູ່ນອກແວ

ຢ່າງໜ້ອຍສຸດມີ11ຄົນເສຍຊີວິດໃນເຫດເຮືອເອລີກອບແຕຕົກຢູ່ນອກແວ - ảnh 1
ກຳລັງກູ້ໄພກູ້ຊີບຢູ່ສະຖານທີ່ເກີດເຫດ
(ພາບ: BBC)

(vovworld) – ສູນ​ປະສານງານ​ການ​ກູ້​ໄພ​ກູ້​ຊີບ​ຂອງ ນອກ​ແວ ​ໃຫ້​ຮູ້​ວ່າ: ​ໄດ້​ຊອກ​ເຫັນຊາກ​ສົບ​ຂອງ​ 11 ຄົນ​ທີ່​ຮັບ​ເຄາະ​ຮ້າຍ​ຈາກເຫດ​ເຮືອ​ເອລີກ​ອບ​ແຕຕົກ​ຢູ່​ທາງ​ທິດຕາ​ເວັນ​ຕົກ ນອກ​ແວ ​ໃນ​ວັນ​ທີ 29/4. ສູນ​ດ່ັງກ່າວ​ກໍ​ຍອມຮັບ​ວ່າ​ໃນ​ເຮືອ​ບິນ​ລ​ຳດັ່ງກ່າວ​ມີ 13 ຄົນ​ເຊິ່ງລວມມີ​ຊາວ​ນອກ​ແວ 11 ຄົນ, ຊາວ ອັງກິດ 1 ຄົນ ​ແລະ ຊາວ​ອີ​ຕາ​ລີ 1 ຄົນ. ທຸກ​ຄົນ​ເຫຼົ່າ​ນັ້ນ​ລ້ວນ​ແຕ່​ໄດ​້​ເຮັດ​ວຽກ​ໃຫ້​ແກ່​ກຸ່ມ​ບໍລິສັດ​ນຳ້ມັນ​ອາຍ​ແກຼດ​ແຫ່ງ​ຊາດ ນອກ​ແວ Statoil. ກຳລັງ​ກູ້​ໄພ​ກູ້​ຊີບ​ສືບ​ຕໍ່​ຊອກ​ຫາ 2 ຄົນ​ຍັງ​ຫາຍ​ສາບ​ສູນ ​ແຕ່​ຕາມ​ໂຄສົກ​ຂອງ​ສູນ​ກູ້​ໄພ​ກູ້​ຊີບ​ດັ່ງກ່າວ​ແລ້ວ, ກາລະ​ໂອກາດ​ຊອກ​ຫາ​ໄດ້ 2 ຄົນ​ຍັງ​ມີ​ຊີວິດ​ແມ່ນ​ໜ້ອຍ​ທີ່​ສຸດ. ​ເຮືອບິນ​ເອລີກ​ອບ​ແຕຂົນ​ສົ່ງ​ສິນຄ້າ​ຖືກ​ຕົກ​ຢູ່​ໃກ້​ກັບ​ຝັ່ງ​ທະ​ເລ​ຢູ່​ນະຄອນ Bergen ​ເມື່ອ​ພວມ​ບິນ​ຈາກ​ຮ້ານ​ເຈາະ​ນຳ້ມັນ Gullaks B ​ໄປ​ຍັງ​ສະໜາ​ມບິນ Bergen.

 


ຂ່າວ/ບົດ​ອື່ນ