ຢູແກຼນ ຊຸກຍູ້ການສືບສວນສາຍເຫດເຮືອບິນການທະຫານຕົກ

(VOVWORLD) -ວັນທີ 26 ກັນຍາ ປະທານາທິບໍດີ ຢູແກຼນ Volodymir Zelenskiy ໄດ້ລົງກວດກາບ່ອນເກີດເຫດເຮືອບິນການທະຫານຕົກໃນຕອນເຊົ້າວັນດຽວກັນ ຢູ່ ບໍລິເວນ Kharkov. 

ຢູແກຼນ ຊຸກຍູ້ການສືບສວນສາຍເຫດເຮືອບິນການທະຫານຕົກ - ảnh 1ກຳລັງມີຫນ້າທີ່ຮັບຜິດຊອບ ພວມສືບສວນສາຍເຫດເຮັດໃຫ້ເຮືອບິນຕົກ 

ພາບ:AFP/TTXVN

ທ່ານ Zelenskiy ຮຽກຮ້ອງດຳເນີນການສືບສວນສາຍເຫດອຸປັດຕິເຫດຊື່ງເຮັດໃຫ້ 26 ຄົນເສຍຊີວິດ ໂດຍໄວ. ການນຳຢູແກຼນ ໃຫ້ຮູ້ວ່າ: ປະເທດນີ້ ໄດ້ສ້າງຕັ້ງຄະນະກຳມະການສືບສວນ, ໃນນັ້ນ ມີບັນດານັກບິນ, ເຈົ້າຫນ້າທີ່ກະຊວງປ້ອງກັນປະເທດ, ກະຊວງພາຍໃນ, ອົງການສືບສວນແຫ່ງລັດ ຢູແກຼນ. ຕາມແຫລ່ງຂ່າວລ້າສຸດຈາກກະຊວງສະພາວະສຸກເສີນ ຢູແກຼນ ແລ້ວ, ເຮືອບິນການທະຫານ An-26 ຖືກປະສົບໄພເມື່ອຂົນສົ່ງ 27 ຄົນ, ໃນນັ້ນ ຈຸບິນ 7 ຄົນ ແລະ ນັກສຳມະນາກອນ 20 ຄົນ ຂອງວິທະຍາຄານກອງທັບອາກາດ Kharkov. ອຸປັດຕິເຫດດັ່ງກ່າວໄດ້ເຮັດໃຫ້ 26 ຄົນເສຍຊີວິດ ມີພຽງແຕ່ສຳມະນາກອນຜູ້ຫນຶ່ງລອດຕາຍ.

ຕອບກັບ

ຂ່າວ/ບົດ​ອື່ນ