ຢູ​ແກຼນ ​ຕົກ​ລົງ​ເຈ​ລະ​ຈາ​ກັບ ລັດ​ເຊຍ ​ຢູ່ເຂດ​ຊາຍ​ແດນ ເບ​ລາ​ຣຸດ

(VOVWORLD) -ວັນທີ 27 ກຸມພາ, ລັດເຊຍ ແລະ ຢູແກຼນ ໄດ້ເຫັນດີເປັນເອກະພາບດຳເນີນການເຈລຈາ “ດຍບໍ່ມີເງື່ອນໄຂ” ຢູ່ເບລາຣຸດ. ຄະນະປະຕິບັດງານຂອງ ລັດເຊຍ ໄດ້ເດີນທາງໄປຍັງເຂດ Gomel ຢູ່ຊາຍແດນລະຫວ່າງ ຢູແກຼນ ແລະ ເບລາຣຸດ ເພື່ອເຈລະຈາ.

ຢູ​ແກຼນ ​ຕົກ​ລົງ​ເຈ​ລະ​ຈາ​ກັບ ລັດ​ເຊຍ ​ຢູ່ເຂດ​ຊາຍ​ແດນ ເບ​ລາ​ຣຸດ - ảnh 1ທ່ານປະທານາທິບໍດີຢູແກຼນ Volodymyr Zelensky ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: AP)

ສ່ວນຝ່າຍຄະນະຜູ້ແທນຂອງ ຢູແກຼນ ນຳໂດຍທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ Mykola Tochytskyi ໄດ້ເດີນທາງໄປຍັງສະຖານທີ່ເຈລະຈາ. ຢູແກຼນ ໄດ້ຕົກລົງເຈລະຈາພາຍຫຼັງ ທ່ານປະທານາທິບໍດີ ເບລາຣຸດ Alexander Lukashenko ມີການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ຢູແກຼນ Volodymyr Zelensky. ຫຼັກຈາກນັ້ນ, ທ່ານປະທານາທິບໍດີ ເບລາຣຸດ Alexander Lukashenko ໄດ້ຕິດຕໍ່ກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin.

ຕອບກັບ

ຂ່າວ/ບົດ​ອື່ນ