ຢູແກຼນ ແລະ ອາເມລິກາ ປຶກສາຫາລືບັນຫາອຸປະຖຳ

(VOVWORLD) - ໃນການພົບປະເຈລະຈາ, 2 ຝ່າຍໄດ້ປຶກສາຫາລືກ່ຽວກັບເລື່ອງ ອາເມລິກາ ສືບຕໍ່ໜູນຊ່ວຍຢ່າງຮອບດ້ານໃຫ້ແກ່ ຢູແກຼນ.
ຢູແກຼນ ແລະ ອາເມລິກາ ປຶກສາຫາລືບັນຫາອຸປະຖຳ - ảnh 1ອາເມລິກາ ສືບຕໍ່ໜູນຊ່ວຍຢ່າງຮອບດ້ານໃຫ້ແກ່ ຢູແກຼນ
(ພາບ: AFP/TTXVN)

        ວັນທີ 30 ຕຸລາ, ຫ້ອງວ່າການປະທານາທິບໍດີ ຢູແກຼນ ໃຫ້ຮູ້ວ່າ, ໃນວັນດຽວກັນ, ທ່ານປະທານາທິບໍດີ Volodimir Zelensky ໄດ້ຕ້ອນຮັບຄະນະຜູ້ແທນສະມາຊິກລັດຖະສະພາສູງ ແລະ ລັດຖະສະພາຕ່ຳ ອາເມລິກາ, ລວມມີທ່ານສະມາຊິກລັດຖະສະພາ French Gill, Michael Quigley ແລະ Stephen Lynch. ໃນການພົບປະເຈລະຈາ, 2 ຝ່າຍໄດ້ປຶກສາຫາລືກ່ຽວກັບເລື່ອງ ອາເມລິກາ ສືບຕໍ່ໜູນຊ່ວຍຢ່າງຮອບດ້ານໃຫ້ແກ່ ຢູແກຼນ. ທ່ານປະທານາທິບໍດີ Zelensky ໄດ້ແຈ້ງໃຫ້ໃຫ້ຄະນະຜູ້ແທນ ອາເມລິກາ ຊາບກ່ຽວກັບສະພາບການປະທະກັນ ແລະ ບັນດາຄວາມຕ້ອງການໃຫ້ບຸລິມະສິດຂອງບັນດາກຳລັງປະກອບອາວຸດ ຢູແກຼນ (VSU).

        ການພົບປະໄດ້ດຳເນີນໄປໃນສະພາບການເມື່ອຕົ້ນເດືອນ ຕຸລາ ວົງການເຈົ້າໜ້າທີ່ ອາເມລິກາ ໃຫ້ຮູ້ວ່າ, ປະເທດນີ້ພວມກະກຽມສະໜອງຈຳນວນເງິນ 200 ລ້ານ USD ອຸປະຖຳດ້ານການທະຫານເພີ່ມເຕີມໃຫ້ແກ່ ຢູແກຼນ. ນີ້ຈະແມ່ນຄັ້ງທີ 48 ທີ່ອຳນາດການປົກຄອງ ອາເມລິກາ ນຳໃຊ້ສິດຖອນທຶນຂອງປະທານາທິບໍດີເພື່ອສະໜອງບັນດາເຄື່ອງອຸປະກອນຈາກສາງເກັບຮັກສາຂອງ ອາເມລິກາ ໃຫ້ກອງທັບ ຢູແກຼນ. ຕາມການສະຖິຕິຊີ້ໃຫ້ເຫັນວ່າ, ນັບແຕ່ເວລາການປະທະກັນເກີດຂຶ້ນລະຫວ່າງ ລັດເຊຍ ແລະ ຢູແກຼນ ເມື່ອເດືອນ ກຸມພາ 2022, ອາເມລິກາ ໄດ້ອຸປະຖຳດ້ານການທະຫານຈຳນວນເງິນ ມີມູນຄ່າປະມານ 44 ຕື້ USD ໃຫ້ແກ່ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ