ຢູແກຼນ ໃຫ້ສັດຕະຍາບັນບັນດາຮ່າງກົດໝາຍສຳຄັນເພື່ອຊຸກຍູ້ການເຂົ້າເປັນສະມາຊິກ ອີຢູ

(VOVWORLD) -ວັນທີ 8 ທັນວາ, ສະພາແຫ່ງຊາດ ຢູແກຼນ ໄດ້ໃຫ້ສັດຕະຍາບັນ ຮ່າງກົດໝາຍທີ່ຈຳເປັນ 3 ສະບັບ ເພື່ອສືບຕໍ່ການເຈລະຈາເຂົ້າເປັນສະມາຊິກ ສະຫະພາບເອີລົບ (ອີຢູ)
ຢູແກຼນ ໃຫ້ສັດຕະຍາບັນບັນດາຮ່າງກົດໝາຍສຳຄັນເພື່ອຊຸກຍູ້ການເຂົ້າເປັນສະມາຊິກ ອີຢູ - ảnh 1ສຳນັກງານ ສະພາແຫ່ງຊາດ ຢູແກຼນ ຢູ່ ກີແອັບ. ພາບ:AFP/TTXVN

ຮ່າງກົດໝາຍອື່ນອີກ 2 ສະບັບກໍ່ໄດ້ຮັບການຮັບຮອງເອົາ ມີສ່ວນກ່ຽວຂ້ອງເຖິງການເພີ່ມຈຳນວນລັດຖະກອນໃນກົມຕ້ານການສໍ້ລາດບັງຫລວງແຫ່ງຊາດ ແລະ ມອບສິດຕື່ມໃຫ້ອົງການປ້ອງກັນ ຕ້ານການສໍ້ລາດບັງຫລວງແຫ່ງຊາດກ່ຽວກັບການກວດກາຊັບສົມບັດ.

ກ່ອນຫນ້ານັ້ນ ວັນທີ 5  ທັນວາ, ສະພາແຫ່ງຊາດ ຢູແກຼນ ກໍ່ໄດ້ຮັບຮອງເອົາຮ່າງກົດໝາຍກ່ຽວກັບການຫາສຽງເລືອກຕັ້ງ ຊື່ງແມ່ນຄວາມຮຽກຮ້ອງທີ 4 ໃນວິວັດການເຂົ້າເປັນສະມາຊິກ ອີຢູ.

 ຄາດວ່າ ທີ່ກອງປະຊຸມດຳເນີນໃນສັບປະດາ ຈະມາເຖິງ, ການນຳ 27 ປະເທດສະມາຊິກ ອີຢູ ຈະຕັດສິນເລື່ອງຍອມຮັບຂໍ້ສະເຫນີຂອງ ຄະນະກຳມະການ ເອີລົບ (EC )ກ່ຽວກັບການເຊື້ອເຊີນ ຢູແກຼນ ເຂົ້າຮ່ວມການເຈລະຈາດ້ວຍຖານະເປັນສະມາຊິກ ຫລື ບໍ່.  EC ຕີລາຄາ ຢູແກຼນ ໄດ້ສຳເລັດ 90% ບັນດາການປະຕິຮູບຕາມຄວາມຮຽກຮ້ອງຕ້ອງການຂອງ ອີຢູແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ