ຢູແກຼນປະຕິເສດຄຳກ່າວຫານຳໃຊ້ກຳລັງປະກອບອາວຸດເພື່ອຍຸບເລິກການແຫ່ຂະບວນປະທ້ວງ

ຢູແກຼນປະຕິເສດຄຳກ່າວຫານຳໃຊ້ກຳລັງປະກອບອາວຸດເພື່ອຍຸບເລິກການແຫ່ຂະບວນປະທ້ວງ - ảnh 1
ຕຳຫຼວດຜັນຂະຫຍາຍການປ້ອງກັນຢູ່ສຳນັກງານກະຊວງພາຍໃຈ ຢູ່ນະຄອນຫຼວງ Kiev ໃນວັນທີ 9/12
(ພາບ: AFP/TTXVN)


(vovworld) - ວັນ​ທີ 11/12, ກະຊວງ​ພາຍ​ໃນ ຢູ​ແກຼນ ​ໄດ້​ປະຕິ​ເສດ​ຄຳ​ກ່າວ​ຫາ​ທີ່​ວ່າ: ຕຳຫຼວດ​ປະ​ເທດ​ນີ້​ໄດ້​ນຳ​ໃຊ້​ກຳລັງ​ປະກອບ​ອາວຸດ​ສຳລັບ​ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ ​ເມື່ອ​​ເຂົາ​ເຈົ້າດຳ​ເນີນ​ການ​ຍຸບ​ເລິກ​ຮົ້ວ​ກີດຂວາງ ​ແລະ ຕູບ​ທີ່​ຕັ້ງຢູ່ໃກ້ກັບ​ສຳນັກງານ​ລັດຖະບານ​ແຫ່ງ​ຕ່າງໆ​ທີ່ນະຄອນຫຼວງ Kiev.

    ກະຊວງພາຍ​ໃນ ຢູ​ແກຼນ ຢັ້ງຢືນ​ວ່າ: ​ເຈົ້າ​ໜ້າ​ທີ່ ຢູ​ແກຼນ ຕ້ອງ​ນຳ​ໃຊ້​ບາງ​ມາດ​ຕະການ​ເພື່ອຍຸບ​ເລິກ​ຜູ້​ແຫ່​ຂະ​ບວນຢູ່ທ້ອງ​ຖະໜົນ​ທີ່ໃກ້​ກັບ​ສະໜາມ​ຫຼວງ ​ເສລີພາບ, ​ແຕ່​ບໍ່​ນຳ​ໃຊ້​​ແກັດ​ນ້ຳຕາ ຫຼື ຈັບ​ຕົວ, ທົບຕີ ຜູ້​ແຫ່​ຂະ​ບວນປະ​ທ້ວງ,​ ບັນດາ​ແຫຼ່ງຂ່າວ​ກ່າວ​ຫາ​ຕຳຫຼວດ​ນຳ​ໃຊ້ກຳລັງ​ອາວຸດ​​ໂດຍ​ນັກ​ການ​​ເມືອງ​ຍົກ​ອອກ​ມາ​ແມ່ນ​​ເພື່ອ​ຫຼອກ​ລວງ​ຫາງ​ສຽງ​ສັງຄົມ, ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບ​ທາງ​ສັງຄົມ.

    ກະຊວງ​ດັ່ງກ່າວ​ຮຽກຮ້ອງ​ໃຫ້​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ລະງັບ​​ໃຈ, ບໍ່​ມີ​ການ​ກະທຳ​ລະ​ເມີດກົດໝາຍ, ພ້ອມ​ທັງ​ກ່າວ​ເຕືອນບັນດາ​ຜູ້​ຕັ້ງ​​ໃຈກໍ່​ໃຫ້​ເກີ​ດຄວາມວຸນວາຍ​ຕ້ອງຮັບຜິດຊອບຕໍ່​ກົດໝາຍ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຝ່າຍ​ຄ້ານຍັງ​ຄົງ​ຖະ​ແຫຼ​ງຈະ​ສືບ​ຕໍ່​ຕັ້ງ​ຕູບ ​ແລະ ຮົ້ວ​ກີດຂວາງ​ຢູ່​ບ່ອນ​ເກົ່າ​ເພື່ອ​ດຳ​ເນີນ​ການ​​ເຄື່ອນ​ໄຫວ​ຄັດຄ້ານ​ອຳນາດ​ການ​ປົກຄອງ.

   

ຂ່າວ/ບົດ​ອື່ນ