ຣຸມານີຕີລາຄາສູງບົດບາດຂອງຫວຽດນາມຢູ່ອາຊີຕາເວັນອອກສ່ຽງໃຕ້

(VOVWORLD) -ວັນທີ 03 ພຶດສະພາ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໂດຍທ່ານຮອງປະທານສະພາແຫ່ງຊາດ ອວງຈູລຶວ ເປັນຫົວໜ້າຄະນະ, ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ຣຸມານີ

ຣຸມານີຕີລາຄາສູງບົດບາດຂອງຫວຽດນາມຢູ່ອາຊີຕາເວັນອອກສ່ຽງໃຕ້ - ảnh 1 ທ່ານຮອງປະທານສະພາແຫ່ງຊາດ ອວງຈູລຶວ ມີການຢ້ຽມຢາມ ແລະ ເຮັດວຽກຢູ່ຣຸມານີ

(ພາບ: TTXVN)

ເພື່ອແນໃສ່ເພີ່ມທະວີການພົວພັນທີ່ເປັນມູນເຊື້ອລະຫວ່າງສະພາແຫ່ງຊາດ 2 ປະເທດ ແລະ ຊຸກຍູ້ການສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສຫຼາຍຝ່າຍ.

      ທີ່ການເຈລະຈາກັບທ່ານນາງ Carmen Eleanna Mihalcescu, ຮອງປະທານສະພາຕ່ຳຣຸມານີ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລຶວ ຖືວ່າ, ການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ລັດຖະສະພາຣຸມານີ ແມ່ນໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນຮ່ວມມືລະຫວ່າງ 2 ປະເທດ. ທ່ານຮອງປະທານສະພາແຫ່ງຊາດ ອວງຈູລຶວ ສະເໜີໃຫ້ສະພາແຫ່ງຊາດ 2 ປະເທດສືບຕໍ່ຊຸກຍູ້ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຄະນະການນຳສະພາແຫ່ງຊາດ ແລະ ບັນດາຄະນທິການດ້ານວິຊາສະເພາະ ແນໃສ່ແລກປ່ຽນ, ແຈ້ງຂໍ້ມູນຂ່າວ ແລະ ແບ່ງປັນບົດຮຽນໃນການເຄື່ອນໄຫວສ້າງກົດໝາຍ.

      ສ່ວນທ່ານນາງ Carmen Eleanna Mihalcescu ໄດ້ຊົມເຊີຍບັນດາການເຄື່ອນໄຫວ, ຮ່ວມມືລະຫວ່າງບັນດາຄະນະກຳມະການລະຫວ່າງລັດຖະບານ 2 ປະເທດ, ພ້ອມທັງປາດຖະໜາວ່າ ຫວຽດນາມ ແລະ ຣຸມານີ ຈະເພີ່ມທະວີການຮ່ວມມືໃນບັນດາຂົງເຂດຄື: ພະລັງງານ, ຂຸດຄົ້ນນ້ຳມັນອາຍແກັດ, ໄຟຟ້າ ແລະ ອຸດສາຫະກຳ…

      ທີ່ການເຈລະຈາກັບທ່ານຮອງປະທານສະພາສູງຣຸມານີ Claudiu Manda, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລຶວ ຖືວ່າ, ຣຸມານີ ດ້ວຍທ່າແຮງທາງດ້ານອຸດສາຫະກຳທັນຍາຫານ, ຕໍ່ກ່ຳປັ່ນ, ຊັບພະຍາກອນທີ່ດິນອຸດົມສົມບູນ, ແຕ່ການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນຍັງບໍ່ທັນເໝາະສົມກັບຄວາມສາມາດບົ່ມຊ້ອນຂອງ 2 ປະເທດເທື່ອ.

      ທ່ານຮອງປະທານສະພາສູງ Claudiu Manda ຢືນຢັນວ່າ, ຫວຽດນາມ ສວມບົດບາດສຳຄັນສຳລັບຣຸມານີ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້. ທີ່ການພົບປະ, 2 ຝ່າຍກໍ່ໄດ້ເຫັນດີສະໜັບສະໜູນເຊິ່ງກັນແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະ ການເປັນສະມາຊິກຄະນະກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021.

ຕອບກັບ

ຂ່າວ/ບົດ​ອື່ນ