ພິທີເລີ່ມລົງມືກໍ່ສ້າງ
(ພາບ: Hữu Công)
(vovworld) – ໂຄງການກໍ່ສ້າງສາຍກາບ ໄຟຟ້າ ໃຕ້ທະເລ ຮ່າຕຽນ - ຟູ໋ກວົກ ແມ່ນໂຄງການທີ່ມີຂະໜາດໃຫຍ່, ເຕັກໂນໂລຢີສັບສົນ ແລະ ເປັນເທື່ອທຳອິດໄດ້ຮັບການກໍ່ສ້າງຢູ່ຫວຽດນາມ ເພື່ອແນໃສ່ຮັບປະກັນຄວາມສາມາດສະໜອງໄຟຟ້າຢ່າງລຽນຕິດ ແລະ ໝັ້ນຄົງ, ຕອບສະໜອງຄວາມຕ້ອງການພັດທະນາເສດຖະກິດ - ສັງຄົມຂອງເມືອງເກາະ ຟູ໋ກວົກ, ພ້ອມທັງເຮັດໃຫ້ຟູ໋ກວົກ ພັດທະນາກາຍເປັນເຂດເສດຖະກິດ - ບໍລິຫານພິເສດ, ເປັນໃຈກາງທ່ອງທ່ຽວຜັກຜ່ອນລະດັບສູງ...ຕາມຄາດໝາຍຂອງລັດຖະບານ.
ກ່າວຄວາມເຫັນທີ່ພິທີລົງມືກໍ່ສ້າງໃນວັນທີ 17/11 ຢູ່ຕາແສງ ຮ່າມນິງ, ເມືອງຟູ໋ກວົກ, ແຂວງກຽນຢາງ, ທ່ານ ຫວູຮູຍຮ່ວາງ, ລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ເນັ້ນໜັກວ່າ:
“ເລື່ອງນຳເຄືອຂ່າຍໄຟຟ້າແຫ່ງຊາດເຖິງບັນດາເມືອງ, ຕາແສງ, ເກາະທີ່ບໍ່ທັນມີໄຟຟ້າ ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍ ແລະ ຖືກຕ້ອງທີ່ສຸດຂອງລັດໃນຫຼາຍປີມານີ້. ຜ່ານນັ້ນ, ບໍ່ພຽງແຕ່ປະກອບສ່ວນຊຸກຍູ້ເສດຖະກິດ, ຍົກສູງຊີວິດທາງດ້ານຈິດໃຈໃຫ້ແກ່ປະຊາຊົນ, ພິເສດແມ່ນຢູ່ບັນດາເຂດຫ່າງໄກສອກຫຼີກ, ເຂດທະເລ, ໝູ່ເກາະເທົ່ານັ້ນ, ຫາກຍັງປະກອບສ່ວນຮັກສາອະທິປະໄຕແຫ່ງຊາດ ແລະ ຮັບປະກັນປ້ອງກັນຊາດ, ປ້ອງກັນຄວາມສະຫງົບອີກດ້ວຍ “.
ໂຄງການໂດຍບໍລິສັດໃຫຍ່ໄຟຟ້າພາກໃຕ້ລົງທຶນ ດ້ວຍຍອດຈຳນວນທຶນ 2.340 ຕຶ້ດົ່ງ, ຄາດວ່າຈະອັດໄຟຟ້າກ່ອນບຸນປີໃໝ່ປະຈຳຊາດປີ 2014, ສ້າງກຳລັງໜູນໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ ແລະ ຍົກສູງຊີວິດທາງດ້ານຈິດໃຈໃຫ້ປະຊາຊົນຢູ່ເມືອງເກາະຟູ໋ກວົກ.