ລັດ ຫວຽດ​ນາມ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່, ເບິ່ງ​ແຍງ​ດູ​ແລ​ໃຫ້​ບັນ​ດາ​ຄອບ​ຄົວ​ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ

(VOVWORLD) -ພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ ພ້ອມດ້ວຍທຸກຂັ້ນທຸກຂະແໜງການ ຍາມເອົາໃຈໃສ່ເບິ່ງແຍງດູແລ ແມ່ຫວຽດນາມວິລະຊົນ, ຄອບຄົວທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ. 
ລັດ ຫວຽດ​ນາມ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່, ເບິ່ງ​ແຍງ​ດູ​ແລ​ໃຫ້​ບັນ​ດາ​ຄອບ​ຄົວ​ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ - ảnh 1ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟ໊ອງ ໄປຢ້ຽມຢາມ, ມອບຂອງຂວັນໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ ຢູ່ເມືອງໂມກເຈົາ (ພາບ: TTXVN)

ວັນທີ 8 ພະຈິກ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟ໊ອງ ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ ຢູ່ເມືອງໂມກເຈົາ, ແຂວງເຊີນລາ ເນື່ອງໃນໂອກາດວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ແລະ ມຸ່ງໄປເຖິງການສະເຫຼີມສະຫຼອງວັນມູນເຊື້ອແນວໂຮມປະເທດຊາດຫວຽດນາມ ຄົບຮອບ 90 ປີ (18/11/1930 – 18/11/2020). ທ່ານນາງ ຕ່ອງທິຟ໊ອງ ຢັ້ງຢືນວ່າ ພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ ພ້ອມດ້ວຍທຸກຂັ້ນທຸກຂະແໜງການ ຍາມເອົາໃຈໃສ່ເບິ່ງແຍງດູແລ ແມ່ຫວຽດນາມວິລະຊົນ, ຄອບຄົວທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ. ທ່ານນາງ ຕ່ອງທິຟ໊ອງ ກໍສະເໜີ ໃຫ້ທ້ອງຖິ່ນ ສືບຕໍ່ເບິ່ງແຍງດູແລໃຫ້ແກ່ແມ່ຫວຽດນາມວິລະຊົນ, ຄອບຄົວຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ຄອບຄົວເປົ້າໝາຍນະໂຍບາຍ, ເພື່ອໃຫ້ແຕ່ລະຄອບຄົວຂອງຜູ້ມີຄຸນງາມຄວາມດີສືບຕໍ່ເສີມຂະຫຍາຍມູນເຊື້ອ, ປະກອບສ່ວນເຫື່ອແຮງຂອງຕົນແກ່ການພັດທະນາຂອງບ້ານເກີດເມືອງນອນ ແລະ ປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ