ລັດCalifoniaປາດຖະຫນາຢາກເພີ່ມທະວີການຮ່ວມມືກັບບັນດາທ້ອງຖິ່ນຂອງຫວຽດນາມ
ທ່ານ ຟ້າມກວາງວີງ,ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາເມລິກາ
ພາບ: vietnamplus.vn
|
(vovworld)- ທ່ານ ຟ້າມກວາງວີງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາເມລິກາ ເລີ່ມຕົ້ນການຢ້ຽມຢາມ ລັດ Califonia ຢ່າງເປັນທາງການ ແຕ່ວັນທີ 16/10 ຮອດວັນທີ 24/10/2015. ທີ່ນະຄອນ San Francisco, ເອກອັກຄະລັດຖະທູດ ຟ້າມກວາງວີງ ໄດ້ມີການເຮັດວຽກກັບທ່ານ Mark Leno ສະມາຊິກສະພາສູງ ລັດ Califonia ແລະ ກຳມະການສະພາ ນະຄອນ San Francisco, David Chiu. ທ່ານ ຟ້າມກວາງວີງ ຢືນຢັນວ່າ: ດວ້ຍບັນດາການປ່ຽນແປງຢ່າງຕັ້ງຫນ້າໃນການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ການລົງທຶນ ພ້ອມກັບການເຂົ້າຮ່ວມສັນຍາຄູ່ຮ່ວມມືຂ້າມປາຊີຟີກ TPP, ຫວຽດນາມ ປາດຖະຫນາຢາກຮ່ວມມືຢ່າງແຫນ້ນແຟ້ນກັບລັດ Califonia ໃນຫລາຍຂົງເຂດຄື: ເສດຖະກິດ, ການລົງທຶນ, ວິທະຍາສາດ -ເຕັກໂນໂລຊີ, ກະສິກຳ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ວັດທະນະທຳ, ການສຶກສາ, ການພົວພັນແລກປ່ຽນປະຊາຊົນ. ທ່ານ Mark Leno ແລະ David Chiu ຕີລາຄາວ່າ: ການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ ພວມພັດທະນາອັນດີງາມ, ລັດ Califonia ແລະ ບັນດາທ້ອງຖິ່ນຂອງຫວຽດນາມ ພວມຮ່ວມມືຢ່າງແຫນ້ນແຟ້ນໃນຫລາຍຂົງເຂດ ພ້ອມທັງ ຢືນຢັນວ່າ: ນີ້ແມ່ນຈຸດເວລາເໝາະສົມເພື່ອການພັດທະນາເສດຖະກິດ, ການຄ້າຂອງຫວຽດນາມ ແລະ ຫວັງວ່າ: ດ້ວຍການເຂົ້າຮ່ວມ TPP, ຫວຽດນາມ ຈະປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຫລາຍກວ່າອີກເພື່ອສ້າງເງື່ອນໄຂໃຫ້ບັນດາວິສາຫະກິດ ອາເມລິກາ ເຄື່ອນໄຫວຢູ່ຫວຽດນາມ.