ລັດຖະທຳມະນູນ ຫວຽດນາມ ຕ້ອງປົກປັກ ຮັກສາອະທິປະໄຕເຂດທະເລໝູ່ເກາະ

ລັດຖະທຳມະນູນ ຫວຽດນາມ ຕ້ອງປົກປັກ ຮັກສາອະທິປະໄຕເຂດທະເລໝູ່ເກາະ - ảnh 1
(ເມືອງເກາະ ເຈື່ອງຊາຂອງ ຫວຽດນາມ)
(vovworld) - ວັນ​ທີ 01/02, ຢູ່​ນະຄອນ​ໂຮ່ຈິ​ມິນ, ສະພາ​ທີ​ປຶກສາປະຊາທິປະ​ໄຕ​ກົດໝາຍ, ສັງ​ກັດ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ຮັບ​ເອົາ​ຄຳ​ເຫັນຂອງ​ບັນດາ​ຜູ້​ຊົງ​ຄຸນ​ວຸດ​ທິ, ນັກປັນຍາ​ຊົນອັນ​ດັບ​ໜຶ່ງ​ຢູ່​ເຂດ​ພາກ​ໃຕ້ຫວຽດນາມ ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະ​ບັບປັບປຸງ. ບັນດາ​ຜູ້​ແທນ​ໄດ້​ຕີ​ລາຄາ​ວ່າ ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະ​ບັບປັບປຸງ ​ມີ​ຈຸດ​ໃໝ່​ຫຼາຍ​ຢ່າງ​ແລະ ​ບັນດາ​ຜູ້​ແທນ​ກໍ​ໄດ້​ມີ​ການ​ປະກອບ​ຄຳ​ເຫັນ​ທີ່​ສຳຄັນໃສ່ຮ່າງ​ລັດຖະທຳ​ມະນູນ, ​ໃນ​ນັ້ນ​ມີ​ຄຳ​ບາງເຫັນ​ຊີ້​ແຈ້ງ​ບັນຫາ​ຈຳ​ເປັນ​ຕ້ອງ​ສະ​ແດງ​ຄວາມ​ຕັດສິນ​ໃຈ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ ໝູ່​ເກາະ​ໃນ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ ຢ່າງ​ຈະ​ແຈ້ງ. ຕໍ່ໜ້າ​ສະພາບ​ການ​ທີ່​ສັບສົນ​ຢູ່​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ​ໃນ​ປະຈຸ​ບັນ, ​ໃນ​ຄຳ​ນຳ​ຂອງ​ລັດຖະທຳ​ມະນູນ ຕ້ອງ​ຂຽນ​ແຈ້ງຄວາມຕັດສິນ​ໃຈ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ທະ​ເລ ໝູ່​ເກາະ​ຂອງ​ຫວຽດນາມ.
ຂ່າວ/ບົດ​ອື່ນ