ລັດ​ຖະ​ບານ ຫວຽດ​ນາມ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່ ແລະ ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງ​ນັກທຸກ​ລະ​ກິດ ແລະ ວິ​ສາ​ຫະ​ກິດ ຫວຽດ​ນາມ

(VOVWORLD) -ລັດຖະບານ ຫວຽດນາມ ຍາມໃດກໍສືບຕໍ່ຊຸກຍູ້ການໝູນໃຊ້ວິທະຍາສາດເຕັກໂນໂລຢີຢ່າງແຮງ, ສ້າງລະບົບນິເວດເລີ່ມຕົ້ນທຸລະກິດ, ປ່ຽນແປງໃໝ່ປະດິດຄິດສ້າງ; ເພິ່ມທະວີການເຊື່ອມຕໍ່ການສະໜອງກັບຄວາມຕ້ອງການທາງດ້ານແຮງງານ, ການບຳລຸງ, ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ, ໂດຍສະເພາະແມ່ນແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. 
ລັດ​ຖະ​ບານ ຫວຽດ​ນາມ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່ ແລະ ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງ​ນັກທຸກ​ລະ​ກິດ ແລະ ວິ​ສາ​ຫະ​ກິດ ຫວຽດ​ນາມ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ (ພາບ: VOV)

ລັດຖະບານ ຫວຽດນາມ ຍາມໃດກໍເອົາໃຈໃສ່ ແລະ ຕີລາຄາສູງບົດບາດຂອງນັກທຸກລະກິດ ແລະ ວິສາຫະກິດ ຫວຽດນາມ”. ນີ້ແມ່ນຄຳຢັ້ງຢືນຂອງທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ໃນການພົບປະກັບສະມາຄົມນັກທຸລະກິດພາກເອກະຊົນ ຫວຽດນາມ ແລະ ຄະນະນັກທຸລະກິດດີເດັ່ນຂອງສະມາຄົມ ເຊິ່ງຈັດຂຶ້ນໃນຕອນບ່າຍວັນທີ 2 ເມສາ ຢູ່ຮ່າໂນ້ຍ. ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຍາມໃດກໍສືບຕໍ່ຊຸກຍູ້ການໝູນໃຊ້ວິທະຍາສາດເຕັກໂນໂລຢີຢ່າງແຮງ, ສ້າງລະບົບນິເວດເລີ່ມຕົ້ນທຸລະກິດ, ປ່ຽນແປງໃໝ່ປະດິດຄິດສ້າງ; ເພິ່ມທະວີການເຊື່ອມຕໍ່ການສະໜອງກັບຄວາມຕ້ອງການທາງດ້ານແຮງງານ, ການບຳລຸງ, ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ, ໂດຍສະເພາະແມ່ນແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ສະເໜີວ່າ:

        “ຂ້າພະເຈົ້າສະເໜີໃຫ້ສະມາຄົມນັກທຸລະກິດ ຫວຽດນາມ ສືບຕໍ່ເປັນເຈົ້າການ ຕັ້ງໜ້າເຂົ້າຮ່ວມການສ້າງກົດໝາຍ, ນະໂຍບາຍ. ເພີ່ມທະວີການສົມທົບກັບບັນດາອົງການທີ່ກ່ຽວຂ້ອງຢ່າງມີປະສິດທິຜົນ ເພື່ອຊຸກຍູ້ການປົວແປງສະພາບແວດລ້ອມການລົງທຶນດຳເນີນທຸລະກິດ. ເປັນເຈົ້າການຄົ້ນຄວ້າ ກຳແໜ້ນສະພາບການ, ຕີລາຄາກາລະໂອກາດ, ສິ່ງທ້າທາຍ, ທ່າອ່ຽງຕະຫຼາດ, ພິເສດແມ່ນທ່າອ່ຽງໃໝ່ກ່ຽວກັບການປະຕິວັດອຸດສາຫະກຳຄັ້ງທີ 4. ພັດທະນາເສດຖະກິດສີຂຽວແບບຍືນຍົງ. ໂດຍມີການແບ່ງປັນ, ແນະນຳ, ໃຫ້ການຊ່ວຍເຫຼືອ, ໃຫ້ຄຳປຶກສາແກ່ບັນດາສະມາຊິກຢ່າງທັນການ. ສະມາຄົມນັກທຸລະກິດ ຫວຽດນາມ ເພີ່ມທະວີການຮ່ວມສຳພັນລະຫວ່າງວິສາຫະກິດ, ສະມາຊິກທີ່ຕາງໜ້າຜົນປະໂຫຍດໃຫ້ບັນດາສະມາຊິກຂອງຕົນໃນການພົວພັນຢູ່ພາຍໃນ ແລະ ຕ່າງປະເທດ.”

ຕອບກັບ

ຂ່າວ/ບົດ​ອື່ນ