ລັດຖະບານ ອິດສຣາແອນ ລະດົມທະຫານສຳຮອງ 40.000 ຄົນບຸກໂຈມຕີ ເຂດກາຊາ

ລັດຖະບານ ອິດສຣາແອນ ລະດົມທະຫານສຳຮອງ 40.000 ຄົນບຸກໂຈມຕີ ເຂດກາຊາ - ảnh 1
(ພາບປະກອບ)

(vovworld) –  ​ໃນ​ສະພາບ​ຄວາມ​ເຄັ່ງ​ຕຶງຢູ່​ເຂດ​ກາຊາ ພວມ​ບິນ​ຂັ້ນ​ໄດ, ລັດຖະບານ​ປ້ອງ​ກັນ​ຄວາມ​ສະຫງົບ​ອິດສຣາ​ແອນ ​ໄດ້​ຕັດສິນ​ອະນຸຍາດ​ໃຫ້​ກອງທັບ​ລະດົມ​ທະຫານ​ສຳຮອງ​ເຖິງ 40.000 ຄົນເຂົ້າ​ຮ່ວມ​ການ​ບຸກ​ໂຈມ​ຕີ​ໃສ່​ເຂດ​ກາຊາ. ວັນ​ທີ 08/07, ສື່​ມວນ​ຊົນ​ອິດສະຣາ​ແອນ ​ໃຫ້​ຮູ້​ວ່າ, ​ໃນ​ຕໍ່​ໜ້າ​ກອງທັບ​ປະ​ເທດ​ນີ້ ຍັງ​ບໍ່​ທັນ​ມີ​ແຜນການ​ລະດົມ​ທະ​ຫານ​ສຳຮອງທັງ​ໝົດນີ້ ​ແຕ່​ຄຳ​ສັ່ງ​ອາດ​ຈະ​ຖືກ​ຍົກ​ອອກ​ມາ​ໃນ​ບໍ່​ວ່າ​ເວລາ​​ໃດ ຖ້າ​ຫາກ​ບັ້ນ​ຮົບ​ບຸກ​ໂຈມ​ຕີຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ເປີດ​ກວ້າງ. ຕາມ​ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດອິດສຣາ​ແອນ Moshe Ya’alon ​ແລ້ວ, ນີ້​ແມ່​ນສ່ວນ​ໜຶ່ງ​ໃນ​ບັ້ນ​ຮົບ​ທີ່​​ໃສ່​ຊື່ວ່າ “ປົກ​ປັກ​ຮັກສາ​ເສັ້ນ​ຊາຍ​ແດນ”. ບັ້ນ​ຮົບ​ດັ່ງກ່າວ​ອາດ​ຈະ​ດຳ​ເນີນ​ໄປ​ໃນ​ໄລຍະ​ຍາວ ​ແລະ ກອງທັບ​ອິດສຣາ​ແອນ ມີ​ສິດ​ຍິງ​​ໂຕ່ຕອບບັນດາ​ມືປືນ​ຂອງ​ກຳລັງ Hamas ຢ່າງ​ແຮງ ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຂອງ​ຂະ​ບວນການ​ດັ່ງກ່າວ​ໃນ​ຊຸມ​ມື​ຜ່ານ​ມາ. ​ໃນ​ຂະນະ​ນັ້ນ, ກ່າວ​ຄຳ​ເຫັນ​ໃນ​ແວບ​ໄຊ Walla!, ​ເຈົ້າໜ້າ​ທີ່​ອິດສຣາ​ແອນ ຄົ​ນໜຶ່ງ​ບໍ່​ເຜີຍຊື່​ ຊີ້​ແຈ້ງຈຸດປະສົງ​ຕົ້ນ​ຕໍ​ຂອງ​ບັ້ນ​ຮົບ​ແມ່ນ​ເພື່ອ​ແນ​ໃສ່​ທຳລາຍ​ລະບົບ​ຍິງ​ລູກ​ສອນ​ໄຟທັງ​ໝົດ​ຂອງ Hamas.

        ຕໍ່ໜ້າ​ສະພາບ​ການ​ພວມ​ປີນຂັ້ນ​ໄດ​ຢູ່​ເຂດ​ກາຊາ, ສະຫະພັນ​ອາຣັບ ​ໄດ້​ອອກສຽງ​ຮຽກຮ້ອງ​ໃຫ້​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ຮຽກ​ໂຮມ​ກອງ​ປະຊຸມ​ດ່ວນ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ບຸກ​ໂຈມ​ຕີ​ທີ່​ນອງ​​ເລືອດ​ຂອງ​ອິດສຣາ​ແອນ ​​ໃສ່​ເຂດ​ກາຊາ.

ຂ່າວ/ບົດ​ອື່ນ