ລັດຖະບານຈັດວາລະປະຊຸມນັດສາມັນປະຈຳເດືອນ3

ລັດຖະບານຈັດວາລະປະຊຸມນັດສາມັນປະຈຳເດືອນ3 - ảnh 1
ລັດຖະບານຈັດວາລະປະຊຸມນັດສາມັນປະຈຳເດືອນ3
(ພາບ: VGP/Nhật Bắc)

(vovworld) –  ວັນ​ທີ 1/4, ທີ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ເປັນ​ປະ​ທານ​ວາ​ລະ​ປະ​ຊຸມ​ນັດ​ສາ​ມັນ​ປະ​ຈຳ​ເດືອນ 3 ຂອງ​ລັດ​ຖະ​ບານ. ບັນ​ດາ​ສະ​ມາ​ຊິກ ລັດ​ຖະ​ບານ ໄດ້​ສຸມ​ໃສ່​ຕີ​ລາ​ຄາ​ເພີ່ມ​ເຕີມ​ສະ​ພາບ​ການ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ​ປີ 2014 ແລະ ໝາກ​ຜົນ​ຂອງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ ໃນໄຕ​ມາດ​ທີ 1 ປີ 2015, ໃນ​ນັ້ນ​ພົ້ນ​ເດັ່ນ​ແມ່ນ GDP ບັນ​ລຸ 6,03%, ເຊິ່ງ​ແມ່ນ​ລະ​ດັບ​ສູງ​ສຸດ​ເມື່ອ​ທ​ຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ 5 ປີ​ມານີ້. ນີ້​ແມ່ນ​ພື້ນ​ຖານ​ເພື່ອ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ສືບ​ຕໍ່​ສູ້​ຊົນ​ປະ​ຕິ​ບັດ​ບັນ​ດາ​ໜ້າ​ທີ່​ໄດ້​ວາງ​ອອກ​ໃນ​ປີນີ້ ແລະ ໃນ​ໄຕ​ມາດ​ທີ 1 ​ໃຫ້​ດີ​ກ່​ວາ​ອີກ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ເນັ້ນ​ໜັກ​ວ່າ: ກ່ອນ​ອື່ນ​ໝົດ, ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ​ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງວຽກ​ງານ​ຊີ້​ນຳ​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ຮັກ​ສາ​​ເສດ​ຖະ​ກິດ​ມະ​ຫາ​ພາກ​​ເປັນ​ປົກ​ກະ​ຕິ, ພິ​ເສດ​ແມ່ນ​ຄວບ​ຄຸມ​ໄປ​ເງິນ​ເຟີ້, ການ​ນຳ​ເຂົ້າ​ເກີນ​ດຸນ​ຢູ່​ໃນ​ລະ​ດັບ 5%...

        ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ໄດ້​ມອບ​ໃຫ້​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ເປັນ​ເຈົ້າ​ພາບ​ພ້ອມ​ກັບ​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ ຊອກ​ຫາ​ທຸກໆ​ວິ​ທີ​ແກ້​ໄຂ​ຄວາມ​ຫ​ຍຸ້ງ​ຍາ​ກ​ໃຫ້​ແກ່​ຂະ​ແໜງ​ທ່ອງ​ທ່ຽວ, ກະ​ຊວງ​ອຸດ​ສາ​ຫະ​ກຳ - ການ​ຄ້າ​ສືບ​ຕໍ່​ຍູ້​ແຮງ​ການ​ຊອກ​ຫາ, ເປີດ​ກ້​ວາງ​ຕະຫຼາດ​ເພື່ອ​ຍູ້​ແຮງ​ການ​ສົ່ງ​ອອກ, ກະ​ຊວງ​ການ​ເງິນ​ຄົ້ນ​ຄ​້​ວາ​ ສະ​ເໜີ​​ປັບ​ປຸງ​ບັນ​ດາ​ປະ​ເພດ​ພາ​ສີ​ຮັບ​ປະ​ກັນ​ເໝາະ​ສົມ​ກັບ​​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ​​ບໍ່​ເຮັດ​ໃຫ້​ລາຍ​ຮັບ​​ງົບ​ປະ​ມານ​ຖືກ​ຫລຸດ​ລົງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ່​ໃສ່​ໃຈ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ສ້າງ​ລະ​ບົບ​ມາດ​ຖານ​ດ້ານ​ເຕັກ​ນິກ​ສຳ​ລັບ​ບັນ​ດາ​ປະ​ເພ​ດ​ສິນ​ຄ້າ​ນຳ​ເຂົ້າ, ສ​ຸມ​ໃສ່​ປ່ອຍ​ບັນ​ດາ​ແຫຼ່ງ​ເງິນ​ລົງ​ທຶນ…

        ກໍ່​ທີ່​ວາ​ລະ​ປະ​ຊຸມ​ຄັ້ງ​ນີ້, ລັດ​ຖະ​ບານ​ໄດ້​ປະ​ກອບ​ຄຳ​ເຫັນກ່ຽວ​ກັບ​ການ​ສ້າງ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ລັດ​ຖະ​ບານ (ສະ​ບັບ​ປັບ​ປຸງ​).


ຂ່າວ/ບົດ​ອື່ນ