ລັດຖະບານຈັດວາລະປະຊຸມຫົວເລື່ອງ ສະເພາະປຶກສາຫາລືກ່ຽວກັບ ຮ່າງລັດຖະທຳມະນູນ

ລັດຖະບານຈັດວາລະປະຊຸມຫົວເລື່ອງ ສະເພາະປຶກສາຫາລືກ່ຽວກັບ ຮ່າງລັດຖະທຳມະນູນ  - ảnh 1

ລັດຖະທຳ​ມະນູນຫວຽດນາມ​ປີ 1992

(ພາບ:vietnam.vn)

(vovworld)- ​​ຕອນ​ບ່າຍ​ວັນ​ທີ 17/9, ລັດຖະບານ​ຈັດ​ວາລະ​ປະຊຸມ​ຫົວ​ເລື່ອງ​ສະ​ເພາະ​ປຶກ​ສາ​ຫາລື​ກ່ຽວ​ກັບ​ຮ່າງ​ຄຳ​ເຫັນ​ຂອງ​ລັດຖະບານ ທີ່​ມີ​ຕໍ່​ຮ່າງລັດຖະທຳ​ມະນູນ (ສະບັບ​ປັບປຸງ). ຕາມຮ່າງ​ຄຳ​ເຫັນ​ຂອງ​ລັດຖະບານ ກ່ຽວ​ກັບ​ບາງ​ເນື້ອ​ໃນ​ໃນຮ່າງລັດຖະທຳ​ມະນູນ (ສະບັບ​ປັບປຸງ), ສຳລັບ 9 ບັນຫາ​ພື້ນຖານ​ໄດ້​ຮັບ​ການຄົ້ນຄ້ວາ​ປັບປຸງ​ຕາມ​ການ​ຊີ້​ນຳ​ຂອງ​ຄະນະ​ກຳມະການ​ຮຽບຮຽງ​ລັດຖະທຳ​ມະນູນ, ຮ່າງລັດຖະທຳ​ມະນູນ (ສະບັບ​ປັບປຸງ) ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະແຈ້ງ​ເຖິງ​ຂອບ​ຂະໜາດ, ​ຂ​ອບ​ເຂດ​ປັບປຸງ (ທັງ​ດ້ານ​ເນື້ອ​ໃນ, ​ໂຄງ​ປະກອບ​ບັນດາ​ພາກ, ຂໍ້​ມາດຕາ ​ແລະ ​ເຕັກນິກການ​ສ້າງ​ລັດຖະທຳ​ມະນູນ). ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ໄດ້​ເນັ້ນນັກ​ວ່າ ຮ່າງລັດຖະທຳ​ມະນູນ (ສະບັບ​ປັບປຸງ) ມີ​ເນື້ອ​ໃນ​ກ້ວາງ​ຂວາງ​ທີ່​ສຸດ, ລວມມີ​ຫຼາຍ​ບັນຫາ​ສຳຄັນ​ຍິ່ງ ​ແລະ ສະ​ເໜີ​ໃຫ້​ບັນດາ​ຜູ້​ແທນ​ຈົ່ງ​ເສີມ​ຂະຫຍາຍ​ພູມ​ປັນຍາ, ນ້ຳ​ໃຈ​ຮັບຜິດຊອບ, ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ, ປະກອບ​ຄຳ​ເຫັນລະອຽດ​ຢ່າງ​ກົງ​ໄປ​ກົງ​ມາ​ເຂົ້າ​ໃນ​ບັນດາ​ເນື້ອ​ໃນ​ຂອງຮ່າງລັດຖະທຳ​ມະນູນ (ສະບັບ​ປັບປຸງ), ສຸມ​ໃສ່​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ການ​ຕີ​ລາຄາ ​ແລະ ສະ​ເໜີ​ປັບປຸງ ​ເພິ່ນ​ເຕີມ​ບັນດາຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ​ກ່ຽວ​ກັບ​ລັດຖະບານ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ກໍ່​ຄື​ການ​ພົວພັນ​ສິດ​ອຳນາດ​ທີ່​ກ່ຽວຂ້ອງ​ໃນ​ກົງ​ຈັກ​ລັດ.

 

 

 

 

 

ຂ່າວ/ບົດ​ອື່ນ