ລັດຖະບານ​ຊີຣີກ່າວ​ປະນາມ​ຕວກກີລະ​ເມີດ​ອະທິປະ​ໄຕຜືນ​ແຜ່ນດິນ​ປະ​ເທດ​ນີ້

ລັດຖະບານ​ຊີຣີກ່າວ​ປະນາມ​ຕວກກີລະ​ເມີດ​ອະທິປະ​ໄຕຜືນ​ແຜ່ນດິນ​ປະ​ເທດ​ນີ້ - ảnh 1
ລົດຕັງຂອງ ຕວກກີ ຕ້ານ IS
(ພາບ: AFP/TTXVN)

(vovworld) – ​ ​ໃນ​ຖະ​ແຫຼ​ງການ​ທີ່​ຍົກ​ອອກ​ໃນ​ວັນ​ທີ 24/08, ກະຊວງ​ການ​ຕ່າງປະ​ເທດ ຊີຣີ ກ່າວ​ປະນາມ​ເລື່ອງ ຕວກກີ ບຸກ​ໂຈມ​ຕີ​ດ້ານການ​ທະຫານ​ເຂົ້າ​ເທດສະບານ​ເມືອງ Jarablus ຂອງ​ປະ​ເທດ​ນີ້ ​ເຊິ່ງ​ແມ່ນສະຖານ​ທີ່​ພວມ​ຖືກ​ອົງການ​ກໍ່​ການ​ຮ້າຍ “ລັດ​ອິດສະ​ລາມ” (IS) ອ້າງ​ຊື່​ເອງ ຢືດຄອງ​ຢູ່​ຕິດ​ກັບ​ຊາຍ​ແດນ​ລະຫວ່າງ 2 ປະ​ເທດ. ຖື​ວ່າ ນີ້​ແມ່ນ​ການ​ກະທຳ​ລະ​ເມີດ​ອະທິປະ​ໄຕ​ຂອງ ຊີຣີ. ຖະ​ແຫຼ​ງການ​ກໍ່​ເນັ້ນ​ໜັກ​ວ່າ ການ​​ເຄື່ອນ​ໄຫວ​​ຕ້ານ​ກໍ່​ການ​ຮ້າຍ​ໃດ ຢູ່​ພາຍ​ໃນ​ຊາຍ​ແດນ​ຂອງ ຊີຣີ ລ້ວນ​ແຕ່​ຕ້ອງ​ດຳ​ເນີນ ດ້ວຍ​ການ​ສົມທົບຂອງ Damascus, ພ້ອມ​ທັງ ກ່າວ​ຫາ Ankara ຜັນ​ຂະຫຍາຍ​ການ​ບຸກ​ໂຈມ​ຕີ​ນີ້ ​ແມ່ນ​ແນ​ໃສ່​ນຳ​ໃຊ້ “ບັນດາ​ກຸ່ມ​ກໍ່​ການ​ຮ້າຍ​ອື່ນໆ” ​ເພື່ອ​ປ່ຽນ​ແທນ IS ຊີ້​ບອກ​ເຖິງ​ບັນດາ​ພວກ​ກະບົດ. ກະຊວງການ​ຕ່າງປະ​ເທດ​ຖະ​ແຫຼ​ງວ່າ ລັດຖະບານ ຊີຣີ ສະ​ເໜີ​ຝ່າຍ ຕວກກີ ຢຸດຕິ “ການ​ກະທຳ​ເກາະ​ຜິດ” ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ