(vovworld) - ວັນທີ 22/01, ທ່ານນາຍົກລັດຖະມົນຕີຊີຣີ Imad Khamis, ໃຫ້ຮູ້ວ່າ, ລັດຖະບານຂອງທ່ານຖືເປັນສຳຄັນການເຈລະຈາຢູ່ນະຄອນຫຼວງ Astana ຂອງກາຊັກສະຖານ ເພື່ອແນໃສ່ບັນລຸໄດ້ “ມາດຕະການແກ້ໄຂດ້ານການເມືອງ” ໃຫ້ແກ່ວິກິດການພາຍໃນປະເທດ, ພ້ອມທັງເນັ້ນໜັກວ່າ Damascus ຊົມເຊີຍບໍ່ວ່າຂໍ້ລິເລີ່ມໃດໆເພື່ອແນໃສ່ຊ່ວຍຟື້ນຟູສັນຕິພາບໃຫ້ປະເທດເກີດການປະທະກັນນີ້. ຂໍ້ມູນຂ່າວດັ່ງກ່າວໄດ້ແຜ່ພາບຜ່ານຊ່ອງໂທລະພາບພາສາອາຣັບ “al – Mayadeen TV”. ບັນດາຄຳວິຈານດັ່ງກ່າວຂອງທ່ານ Khamis ໄດ້ຍົກອອກມາ ພາຍຫຼັງຄະນະຜູ້ແທນຂອງລັດຖະບານຊີຣີ ເດີນທາງເຖິງນະຄອນຫຼວງ Astana ເພື່ອເຂົ້າຮ່ວມການເຈລະຈາສັນຕິພາບ, ຄາດວ່າຈະດຳເນີນໃນວັນທີ 23/01. ນີ້ແມ່ນຄັ້ງທຳອິດທີ່ຜູ້ຕາງໜ້າອຳນາດການປົກຄອງຊີຣີ ມີການເຈລະຈາໂດຍກົງກັບຝ່າຍຄ້ານ ເພື່ອແນໃສ່ຊອກຫາມາດຕະການແກ້ໄຂໃຫ້ແກ່ການປະທະກັນທີ່ແກ່ຍາວມາເປັນເວລາ 6 ປີຢູ່ປະເທດຕາເວັນອອກກາງນີ້. ທ່ານນາຍົກລັດຖະມົນຕີຊີຣີ ໃຫ້ຮູ້ວ່າ, ບຸລິມະສິດອັນດັບໜຶ່ງຂອງການພົບປະແມ່ນສຸມໃສ່ຊອກຫາມາດຕະການຊ່ວຍບຸກໂຈມຕີບັນດາກຳລັງກໍ່ການຮ້າຍຕ່າງປະເທດໃຫ້ອອກຈາກດິນແດນຂອງຊີຣີ.