ລັດຖະບານຊົ່ວຄາວ ອີຢີບ ສະບານຕົວເຂົ້າດຳລົງຕຳແໜ່ງ

ລັດຖະບານຊົ່ວຄາວ ອີຢີບ ສະບານຕົວເຂົ້າດຳລົງຕຳແໜ່ງ - ảnh 1
ລັດຖະບານ​ຊົ່ວຄາວ ອີ​ຢີບ ​ໄດ້ສະບາ​ນຕົວ​​ເຂົ້າ​ດຳລົງ​ຕຳ​ແໜ່ງ
(ພາບ: voatiengviet.com)


(vovworld) - ​ ​ວັນ​ທີ 16/07, ລັດຖະບານ​ຊົ່ວຄາວ ອີ​ຢີບ ​ໄດ້ສະບາ​ນຕົວ​​ເຂົ້າ​ດຳລົງ​ຕຳ​ແໜ່ງ. ພິທີ​ສະບາ​ນຕົວ​​ເຂົ້າ​ດຳລົງ​ຕຳ​ແໜ່​ງຂອງ​ລັດຖະບານ​ຊົ່ວ​ຄາວ​ອີ​ຢີບ ດຳ​ເນີນ​ໄປ​ພາຍ​ຫຼັງ 2 ອາທິດ​ທີ່​ທ່ານ​ປະທານາທິບໍດີ Mohammed Morsi ຖືກ​ປົດ​ຕຳ​ແໜ່​ງ. ​ເຫດການ​ດັ່ງກ່າວ ຖືກ​ດຳ​ເນີນ​ໃນ​ສະພາບ​ທີ່​ການ​ໃຊ້​ຄວາມ​ຮຸ້ນແຮງ​ຢູ່​ອີຢີບ ພວມ​ສືບ​ຕໍ່ເກີດ​ຂຶ້ນ, ພິ​ເສດ​ແມ່ນ​ຢູ່​ນະຄອນຫຼວງ ກາຍ​ໂຣ. ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ອີ​ຢີບ ​ໄດ້​ຈັບຕົວກວ່າ 400 ​ເປົ້າ​ໝາຍ ​ໃນ​ບັນດາ​ການ​ປະ​ທະ​ກັນ ​ເມື່ອ​ບັນດາ​ຜູ້​ສະໜັບສະໜູນປະທານາທິບໍດີ​ຖືກປົດ​ຕຳ​ແໜ່​ງທ່ານ Mohammed Morsi ​ໄດ້ປະ​ທະ​ກັບ​ກຳລັງປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ບັນດາ​ຜູ້​ຄັດ​ຄ້ານທ່ານ Morsi.

ຂ່າວ/ບົດ​ອື່ນ