ລັດຖະບານດຳເນີນກອງປະຊຸມສະໄໝສາມັນປະຈຳເດືອນ8ປີ2015

ລັດຖະບານດຳເນີນກອງປະຊຸມສະໄໝສາມັນປະຈຳເດືອນ8ປີ2015 - ảnh 1
ລັດຖະບານດຳ​ເນີນ​ກອງປະຊຸມສະ​ໄໝ​ສາມັນ​ປະຈຳ​ເດືອນ 8​ ປີ 2015
(ພາບ: VGP/NhatBac)

(vovworld) – ​ ຕອນ​ເຊົ້າ​ວັນ​ທີ 31/8 ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽ​ນ​ເຕີ໋ນຢຸງ ​ເປັນ​ປະທານ​ກອງປະຊຸມ​ສະ​ໄໝ​ສາມັນ​ປະຈຳ​ເດືອນ 8/2015 ຂອງ​ລັດຖະບານ ຫວຽດນາມ. ຕາມ​ບົດ​ລາຍ​ງານ​ຂອງ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຢູ່​ທີ່​ກອງວາລະ​ປະຊຸມ, ​ໃນ 8 ​ເດືອນ​ຕົ້ນ​ປີ 2015, ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ການ​ສົ່ງ​ອອກ​ສາມາດຮັກສາ​ໄດ້ທ່າ​ເຕີບ​ໂຕ, ຊີວິດ​ສັງຄົມ​ສືບ​ຕໍ່​ໄດ້​ຮັບປະກັນ; ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ, ຄວາມ​​ເປັນລະບຽບ​ຮຽບຮ້ອຍ​ສັງຄົມ​ໄດ້​ຮັບ​ການຮັກສາ​ຢ່າງໝັ້ນຄົງ.

        ກອງປະຊຸມ​ປະຈຳ​​ເດືອນ 8 ຂອງ​ລັດຖະບານ​ໄດ້ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 30/8 – 1/9. ບັນດາ​ສະມາຊິກ​ລັດຖະບານ ສະຫງວນ​ວັນ​ທີ 31/8 ​ເພື່ອ​ສຸມ​ໃສ່​ປຶກສາ​ຫາລື ​ແລະ ​ເຫັນ​ດີ​ເປັນ​ເອກະ​ພາບ​ບັນດາ​ມາດ​ຕະການ​ສຸມ​ໃສ່​ຊີ້​ນຳ ​ແລະ ບໍລິຫານ​ໃນ​ຊຸມ​ເດືອນ​ທ້າຍ​ປີ ​ເພື່ອ​ປະຕິບັດ​ບັນດາ​​ຄາດ​ໝາຍ, ໜ້າ​ທີ່​ພັດທະນາ​ເສດຖະກິດ - ສັງຄົມ ​ທີ່ໄດ້​ວາງ​ອອກ​ໃນ​ປີ​ນີ້; ພ້ອມ​ທັງຄາດ​ຄະ​ເນ​ຄວາມ​ສາມາດ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ປີ 2015; ສ້າງແຜນພັດທະນາ​ເສດຖະກິດ - ສັງຄົມ​ປີ 2016. ລັດຖະບານ​ກໍ​ພິຈາລະນາ, ຕີ​ລາຄາ​ສະພາບ​ການ​ປະຕິບັດ​​ແຜນງົບປະມານ​ແຫ່ງ​ລັດປີ 2015; ​ແຜນການ​ລົງທຶນ​ແຫ່ງ​ລັດ​​ໄລຍະ​ກາງ 2016 – 2020; ​ແຜນ​ນະ​ໂຍບາຍ​ລົງທຶນ​​ໂຄງການ​ຈຸດ​ໝາຍ​ໄລຍະ 2016 – 2020 ​ແລະ ໝາກຜົນ​ແຫ່ງ​ການ​ສ້າງ​ໂຄງ​ປະກອບລັດ​ວິ​ສາ​ຫະກິດ​ຄືນ​ໃໝ່​ໃນ 8 ​ເດືອນ​ຕົ້ນ​ປີ 2015.


ຂ່າວ/ບົດ​ອື່ນ