ລັດຖະບານມຽນມາໃຫ້ຄຳໝັ້ນສັນຍາຮັກສາສັນຕິພາບແລະສະຖຽນລະພາບພາຍຫລັງການເລືອກຕັ້ງ

ລັດຖະບານມຽນມາໃຫ້ຄຳໝັ້ນສັນຍາຮັກສາສັນຕິພາບແລະສະຖຽນລະພາບພາຍຫລັງການເລືອກຕັ້ງ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 11/11, ລັດຖະບານ ມຽນມາ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຮ່ວມ​ມື​ກັບ​ທຸກ​ຝ່າຍ ​ເພື່ອ​ແນ​ໃສ່​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ພາຍຫລັງ​ການ​ເລືອກ​ຕັ້ງ. ຖະ​ແຫຼ​ງການ​ນີ້ ​ໄດ້​ຍົກ​ອອກ​ມາພາຍຫລັງ ຫົວໜ້າ​ຝ່າຍ​ຄ້ານພັກ​ສະຫະພັນ​ແຫ່ງ​ຊາດເພື່ອ​ປະຊາທິປະ​ໄຕ (NLD) ​ຢູ່ ມຽນມາ, ທ່ານ​ນາງ San Suu Kyi ສະ​ເໜີ ມີ​ການ​ພົບ​ປະ​ກັບ​ປະທານາທິບໍດີ U Thein Sein, ​ປະທານ​ສະພາ​ຕ່ຳ U Shwe Mann ​ແລະ ຜູ້​ບັນຊາ​ການ​ກຳລັງ​ປະ​ກອບ​ອາວຸດ ນາຍ​ພົນ Min Aung Hlaing ​ເພື່ອ​ແນ​ໃສ່​ເຈລະຈາ​ບົນ​ພື້ນຖານ​ປອງ​ດອງ​ຊາດ. ​ແຈ້ງ​ການ​ຂອງ​ຫ້ອງ​ວ່າການ​ປະທານາທິບໍດີ ມຽນມາ ​ໄດ້​ຊີ້​ແຈ້ງວ່າ: ລັດຖະບານ ຈະ​ເຄົາລົບ​ການ​ເລືອກ​ເຟັ້ນ ​ແລະ ການຕັດສິນ​ຂອງ​ປະຊາຊົນ ​ແລະ ຈະ​ດຳ​ເນີນ​ການມອບສິດ​​ອຳນາດ​ຢ່າງປອງ​ດອງ. ກ່ຽວຂ້ອງ​ເຖິງ​ຄຳສະ​ເໜີ​ຂອງ​ທ່ານ​ນາງ Aung San Suu Kyi, ຫ້ອງ​ວ່າການ​ປະທານາທິບໍດີ ຊີ້​ແຈ້ງວ່າ: ການ​​ເຈລະຈາ​ ​ແລະ ການ​ຮ່ວມທັງ​ໝົດ​ຈະ​ດຳ​ເນີນ​ພາຍຫລັງຄະນະ​ກຳມະການ​ເລືອກ​ຕັ້ງ​ສະຫະພັນ ສຳ​ເລັດ​ວິວັດ​ການ​ນັບ​ບັດ​ເລືອກ​ຕັ້ງ.

        ຕາມ​ໝາກຜົນ​ຫລ້າ​ສຸດ ​ໂດຍ​ຄະນະ​ກຳມະການ​ເລືອກ​ຕັ້ງ​ສະຫະພັນ​ປະກາດ, ຮອດ​ຕອນ​ຄ່ຳ​ວັນ​ທີ 11/11, ​ກຳນົດ​ໄດ້ 573 ທີ່​ນັ່ງ​ໃນ 3 ຂັ້ນ​ຂອງສະມາຊິກລັດຖະ​ສະພາ, ​ໃນ​ນັ້ນມີ 490 ທີ່​ນັ່ງ​​ແມ່ນຂຶ້ນ​ກັບ NLD.

 

 

 

ຂ່າວ/ບົດ​ອື່ນ