ລັດຖະບານວາງອອກ 9 ໝວດມາດຕະ ການຕົ້ນຕໍ່ເພື່ອປະຕິບັດແຜນການພັດທະນາເສດຖະກິດ, ສັງຄົມ

ລັດຖະບານວາງອອກ 9 ໝວດມາດຕະ ການຕົ້ນຕໍ່ເພື່ອປະຕິບັດແຜນການພັດທະນາເສດຖະກິດ, ສັງຄົມ - ảnh 1
(ພາບປະກອບ)
(vovworld) -     ລັດຖະບານ​ໄດ້​ປະກາດ​ມະຕິ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຕົ້ນ​ຕໍ່​​ເພື່ອຊີ້​ນຳ​ນຳພາການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ, ສັງຄົມ ​ແລະ ​ແຜນງົບປະມານ​ແຫ່ງ​ລັດ​ປີ 2013. ຕາມ​ຄາດໝາຍ​ລວມຂອງ​ແຜນການ​ພັດທະນາ​ເສດຖະກິດ, ສັງຄົມ​ປີ 2013 ທີ່​ສະພາ​ແຫ່ງ​ຊາດ​​ໄດ້​ຮັບຮອງ​ເອົາ, ລັດຖະບານ​ຮຽກຮ້ອງ​ໃຫ້​ບັນດາ​ກະຊວງ, ອົງການ​ຈັດ​ຕັ້ງ​ສູນ​ກາງ, ຄະນະ​ກຳມະການ​ປະຊາຊົນ​ແຂວງ, ນະຄອນ​ ຂຶ້ນ​ກັບ​ສູນ​ກາງ ສຸມ​ໃສ່​ຊີ້​ນຳບໍລິຫານ, ຈັດ​ຕັ້ງ​ການປະຕິບັດ 9 ໝວດ​ມາດ​ຕະການ​ຕົ້ນ​ຕໍ່ ​ເຊິ່ງລວມມີ; ​ເພີ່ມ​ທະວີການ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້; ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຊຸກຍູ້​ການ​ພັດທະນາ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ; ຍູ້​ແຮງ​ການ​ປະຕິບັດ​ບັນດາ​ຂອດ​ບຸກ​ທະລຸຍຸດ​ທະ​ສາດ ​ຕິດ​ພັນ​ກັບການ​ສ້າງໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ຫັນປ່ຽນ​ຮູບ​ແບບ​ການເຕີບ​ໂຕ; ຮັບປະກັນ​ຊີວິດ​ສັງຄົມ, ສະຫ​ວັດ​ດີກາ​ນສັງຄົມ ​ແລະ ປົວ​ແປ່ງຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ; ພັດທະນາ​ການ​ສຶກສາ​ບຳລຸງ​ສ້າງ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ​ແລະ ​​ເບິ່ງ​ແຍງ​ດູ​ແລສຸຂະພາບ​ໃຫ້​ແກ່​ປະຊາຊົນ; ​ເພີ່ມ​ທະວີ​ວຽກ​ງານ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ທີ່​ດິນ, ຊັບພະ​ຍາກ​ອນ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ປ້ອງ​ກັນ​ຕ້ານ​ໄພ​ທຳ​ມະ​ຊາດ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ; ສືບຕໍ່​ຍູ້​ແຮງ​ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ, ​ເສີມ​ຂະ​ຫຍາຍສິດ​ເປັນ​ເຈົ້າຂອງ​ປະຊາຊົນ, ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ຟຸມເຟືອຍ, ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ ​ແລະ ສ້າງ​ຊີວິດ​ວັດ​ທະ​ນະ​ທຳ; ຮັບປະກັນ​ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ຮັບປະກັນ​ຄວາມ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ສັງຄົມ; ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ການ​ຕ່າງປະ​ເທດ; ​ເພີ່ມ​ທະວີ​ວຽກ​ງານ​ໂຄສະນາ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງຄົມ.

        ກະຊວງ​ແຜນການ ​ແລະ ການ​ລົງ​ທຶນ ຈະ​ລວບ​ລວມ, ຕີ​ລາຄາ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ມະຕິ​ດັ່ງກ່າວ​ຂອງ​ແຕ່​ລະ​ກະຊວງ, ອົງການ, ທ້ອງ​ຖິ່ນ ​ແລະ ລາຍ​ງານ​ຕໍ່​ລັດຖະບານ​ທີ່​ວາລະ​ປະຊຸມ​ປະຈຳ​ເດືອນ 12 ຂອງ​ປີ 2013.

ຂ່າວ/ບົດ​ອື່ນ