(ພາບປະກອບ/TTXVN)
(vovworld) - ວັນທີ 25/4, ລັດຖະບານສາມັກຄີຊົນຊາດຂອງ ລີບີ ໄດ້ຄວບຄຸມບາງກະຊວງຕື່ມອີກຢູ່ນະຄອນຫຼວງ Tripoli, ເຊິ່ງລວມມີກະຊວງການຕ່າງປະເທດ, ກະຊວງແຜນການ ແລະ ກະຊວງໂຄສະນາສຶກສາ, ໃນສະຖານະການທີ່ອົງການບໍລິຫານໃໝ່ພວມມານະພະຍາຍາມຢືນຢັນສິດອຳນາດ. ກ່ອນໜ້ານັ້ນ, ວັນທີ 18/4, ລັດຖະບານສາມັກຄີຊົນຊາດຂອງ ລີບີ ໄດ້ຮັບເອົາກະຊວງຄົມມະນາຄົມ, ກະຊວງບັນດາບັນຫາສັງຄົມ, ກະຊວງສິ່ງແວດລ້ອມ ແລະ ກະຊວງຊາວໜຸ່ມ ແລະ ກິລາ.
ປະຊາຄົມສາກົນຕີລາຄາວ່າ ລັດຖະບານສາມັກຄີຊົນຊາດຂອງ ລີບີ ແມ່ນມາດຕະການດີທີ່ສຸດໃຫ້ວິວັດທະນາການດ້ານການເມືອງຢູ່ລີບີ. ແຕ່ເຖິງຢ່າງໃດກໍ່ຕາມ, ມາຮອດປະຈຸບັນ, ສະພາແຫ່ງຊາດທີ່ໄດ້ຮັບການຮັບຮອງຈາກສາກົນຂອງລີບີນັ້ນຍັງບໍ່ທັນປ່ອນບັດໃຫ້ສັດຕະຍາບັນແກ່ລັດ ຖະບານສາມັກຄີ ຊົນຊາດຂອງ ລີບີຢ່າງເປັນທາງການເທື່ອ.