ລັດຖະບານຫວຽດນາມ ເອົາໃຈໃສເຖິງການຍູ້ແຮງການຮ່ວມມືຮອບດ້ານກັບໂຮນລັງ

ລັດຖະບານຫວຽດນາມ ເອົາໃຈໃສເຖິງການຍູ້ແຮງການຮ່ວມມືຮອບດ້ານກັບໂຮນລັງ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ ຮ່ວາງ​ຈູງ​ຫາຍ
ກ່າວ​ຄຳ​ເຫັນ​ທີ່​ພິທີໄຂ “ວັນ​ຫວຽດນາມ ຢູ່​ໂຮ​ນລັງ ປີ 2014”
(ພາບ: VGP)


(vovworld) – ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ໂຮ​ນລັງ, ຕອນ​ບ່າຍ​ວັນ​ທີ 23/09, ທ່ານຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ໄດ້​ມີ​ການ​ພົບ​ປະກັນ​ເຈົ້າ​ຄອງ​ນະຄອນ Amstecdam E.E Van der Laan. ທີ່​ການ​ເຮັດ​ວຽກ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ຢືນຢັນ​ວ່າ, ລັດຖະບານ​ຫວຽດນາມ ​ເອົາ​ໃຈ​ໃສ່​ຍູ້​ແຮງ​ການ​ຮ່ວມ​ມື​ຮອບດ້ານ​ກັບ​ໂຮ​ນລັງ ​ເວົ້າ​ລວມ ​ແລະ Amstecdam ​ເວົ້າ​ສະ​ເພາະ, ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ລະຫວ່າງ 2 ນະຄອນ​ຮ່າ​ໂນ້ຍ ​ແລ​ະ Amstecdam ​ແລະ ປາດ​ຖະໜາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ການ​ພົວພັນ​ລະຫວ່າງ Amstecdam ​ແລະ ບັນດາ​ທ້ອງ​ຖິ່ນ​ອື່ນໆ​ຂອງ​ຫວຽດນາມ ຈະ​ໄດ້​ຮັບ​ການ​ເພີ່ມ​ທະວີ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ທ່າ​​ແຮງ ​ແລະ ຄວາມ​ສາມາ​ດຂອງ​ບັນດາ​ນະຄ​ອນ, ທ້ອງ​ຖິ່ນ 2 ປະ​ເທດ​ກວ່າ​ອີກ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ໄດ້​ຕີ​ລາຄາ​ສູງ ​ແລະ ຂອບ​ອົກຂອບ​ໃຈ​ການ​ສະໜັບສະໜູນ​ຂອງ​ລັດຖະບານ​ໂຮ​ນລັງ, ສະພາ​ນະຄອນ Amstecdam ກໍ່​ຄື​ທ່ານ​ເຈົ້າ​ຂອງ​ຄະ​ຄອນ​ເອງ ສຳລັບ​ຫວຽດນາມ ​ໃນ​ການຈັດ​ຕັ້ງ​ເຫດການ “ວັນ​ຫວຽດນາມ ຢູ່​ໂຮນລັງ”, ​ເຊ່ິງດຳ​ເນີນ​ໄປຢູ່​ໂຮ​ນລັງ​​ໃນ​ລະຫວ່າງວັນ​ທີ 23 – 26/09/2014.

        ​ແລະ​ກໍ່​ໃນ​ຕອນ​ຄໍ່າ​ວັນ​ດຽວ​ກັນ, ຢູ່​ໂຮງ​ລະຄອນ Lucent Danstheater ໃຈກາງ​ນະຄອນ La Hay ​ໄດ້​ຈັດ​ພິທີ​ໄຂ “ວັນ​ຫວຽດນາມ ຢູ່​ໂຮ​ນລັງ ປີ 2014” ​ແລະ ສະ​ເຫຼີມສະຫຼອງ 69 ປີ​ແຫ່ງ​ວັນຊາດ​ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ​ໂຮ​ນລັງ, ພິ​ເສດ​ພາຍ​ຫຼັງທີ່ 2 ປະ​ເທດ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຄຸ້ມ​ຄອງ​ນ້ຳ ​ແລະ ຂົງ​ເຂດ​ກະສິກຳ, ຮັບປະກັນ​ສະບຽງທັນ​ຍາ​ຫານ. ທ່ານ​ຮອງ​ນາຍົກລັດຖະມົນຕີຖື​ວ່າ ​ເຫດກາ​ນ “ວັນ​ຫວຽດນາມ ຢູ່​ໂຮ​ນລັງ ປີ 2014” ຈະ​ປະກອບ​ສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ລະຫວ່າງປະຊາຊົນ ​ແລະ ວົງ​ການ​ວິ​ສາ​ຫະກິດ​ລະຫວ່າງ 2 ປະ​ເທດ, ຊຸກຍູ​​້ການ​ພົບ​ປະ​ແລກປ່ຽນ, ຮ່ວມ​ມື​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ​ແລະ ວິ​ສາ​ຫະກິດ.

ຂ່າວ/ບົດ​ອື່ນ