ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູວັນນິງ
ຕ້ອນຮັບທ່ານ David Terence Puttnam
(ພາບ: TTXVN)
(vovworld) – ລັດຖະບານ ຫວຽດນາມ ປາດຖະໜາຢາກຊຸກຍູ້ການຮ່ວມມືໃນຫລາຍຂົງເຂດ ຊຶ່ງ ອັງກິດ ມີທ່າແຮງ, ນີ້ແມ່ນຄຳຢືນຢັນຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູວັນນິງ ທີ່ການຕ້ອນຮັບທ່ານ David Terence Puttnam, ທູດພິເສດດ້ານການຄ້າຂອງນາຍົກລັດຖະມົນຕີ ລາຊະອານາຈັກ ອັງກິດ ໃນຕອນບ່າຍວັນທີ 9/9 ຢູ່ໂຮງແຮມ The Kensington Hotel, ລອນດອນ, ລາຊະອານາຈັກ ອັງກິດ. ທ່ານຮອງນາຍົກລັດຖະມົນຕີ ຢືນຢັນວ່າ: ລັດຖະບານ ຫວຽດນາມ ຈະສ້າງທຸກເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຕ່າງປະເທດເວົ້າລວມ ແລະ ບັນດາວິສາຫະກິດ ລາຊະອານາຈັກ ອັງກິດ ເວົ້າສະເພາະ ເມື່ອເຂົ້າລົງທຶນຢູ່ ຫວຽດນາມ. ພ້ອມກັນນັ້ນ, ທ່ານ ຫວູວັນນິງ ກໍສະແດງຄວາມປາດຖະໜາວ່າ “ງານບຸນຄົ້ນຫາ ຫວຽດນາມ” ທີ່ດຳເນີນຢູ່ນະຄອນຫລວງ ລອນດອນ ໃນລະຫວ່າງວັນທີ 12 – 13/9 ມາເຖິງ ຈະແນະນຳໄດ້ບັນດາຄວາມສາມາດບົ່ມຊ້ອນຂອງ ຫວຽດນາມ ກໍຄືໂຄສະນາເຜີຍແຜ່ພາບພົດປະເທດຊາດ, ຊາວ ຫວຽດນາມ ເຖິງປະຊາຊົນ ລາຊະອານາຈັກ ອັງກິດ.
ສ່ວນທ່ານ ທູດພິເສດດ້ານການຄ້າຂອງນາຍົກລັດຖະມົນຕີ ລາຊະອານາຈັກ ອັງກິດ, David Terence Puttnam ເນັ້ນໜັກວ່າ: ພວກຂ້າພະເຈົ້າມານະພະຍາຍາມໃນ 2 ປີຈະມາເຖິງ, ລາຊະອານາຈັກ ອັງກິດ ຈະຖືກຈັດໃນຈຳນວນ 10 ປະເທດ ແລະ ເຂດແຄ້ວນທີ່ລົງທຶນເຂົ້າ ຫວຽດນາມ.
ລາຊະອານາຈັກ ອັງກິດ ແມ່ນສະຖານທີ່ຢ້ຽມຢາມ ແລະ ເຮັດວຽກທຳອິດຂອງທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ຢູ່ ເອີຣົບ ໃນລະຫວ່າງວັນທີ 9 – 18/9/2015.