ນາຍົກລັດຖະມົນຕີໂບດວາຕີກັງ ສັງຄະນາຍົກ Pietro Parolin ແລະ ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍິນ
(ພາບ: VGP/Hoàng Long)
|
(vovworld) - ໃນການຕ້ອນຮັບນາຍົກລັດຖະມົນຕີໂບດວາຕີກັງ ສັງຄະນາຍົກ Pietro Parolin, ໃນວັນທີ 1/7, ຢູ່ ຣົມ, ປະເທດອີຕາລີ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍິນ ໄດ້ຕີລາຄາສູງສານຫວ່າງແລ້ວນີ້ຂອງ ສັນຕະປາປາ Francis ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ. ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເນັ້ນໜັກວ່າ, ການປົກປັກຮັກສາສິ່ງແວດລ້ອມໃຫ້ແກ່ທຸກຄົນ, ໃຫ້ມວນມະນຸດ, ທັງແມ່ນແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ, ທັງແມ່ນສານຂອງ ສັນຕະປາປາ ທີ່ຝາກເຖິງຊາວຄິດໃນທົ່ວໂລກ. ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຈະສົມທົບກັບສະພາສັງຄະລາດ ຫວຽດນາມ ລະດົມປະຊາຊົນ ແລະ ຊາວຄິດຕັ້ງໜ້າເຂົ້າຮ່ວມການປົກປັກຮັກສາສິ່ງແວດລ້ອມ, ຕອບສະໜອງສານຂອງສັນຕະປາປາ Francis.
ສ່ວນສັງຄະນາຍົກ Pietro Parolin ກໍ່ຕີລາຄາສູງບົດບາດ, ທີ່ຕັ້ງຂອງ ແນວໂຮມປະເທດຊາດຫວຽດນາມ ໃນການເຕົ້າໂຮມ, ຮັບຟັງຄຳເຫັນປະກອບ, ປົກປັກຮັກສາສິດຜົນປະໂຫຍດອັນຊອບທຳຂອງປະຊາຊົນ, ໃນນັ້ນມີຊາວຄິດ. ທັງສອງຝ່າຍກໍ່ເຫັນດີສືບຕໍ່ການພົບປະເປັນປະຈຳລະຫວ່າງການນຳຫວຽດນາມ ແລະ ໂບດວາຕີກັງ, ຕັ້ງໜ້າກະກຽມບັນດາເງື່ອນໄຂທີ່ຈຳເປັນ ເພື່ອກ້າວໄປເຖິງການສ້າງຕັ້ງການພົວພັນທາງການທູດລະຫວ່າງ ໂບດວາຕີກັງ ແລະ ລັດຖະບານຫວຽດນາມ.