ລັດຖະບານອັງກິດ ບັງຄັບໃຫ້ໜັງສືພິມ “Guardian” ທຳລາຍເອກະສານໂດຍ Edward Snowden ສະໜອງ

ລັດຖະບານອັງກິດ ບັງຄັບໃຫ້ໜັງສືພິມ “Guardian” ທຳລາຍເອກະສານໂດຍ Edward Snowden ສະໜອງ - ảnh 1
(ພາບປະກອບ)

(vovworld) - ລັດຖະບານ​ອັງກິດ ​ໄດ້​ບັງຄັບ​ໃຫ້ໜັງສືພິມ “Guardian” (ຜູ້​ປົກ​ປ້ອງ) ຂອງ​ປະ​ເທດ​ນີ້​ທຳລາຍ​ເອກະສານທັງ​ໝົດທີ່​ກ່ຽວຂອງ​ເຖິງ​ຄວາມ​ລັບ​ດ້ານ​ປ້ອງ​ກັນ​ຄວາມສະຫງົບ​ຂອງອາ​ເມ​ລິ​ກາ ​ໂດຍ Edward Snowden ​ເປີດ​ເຜີຍ ຖ້າ​ຫາກ​ບໍ່​ຢາກ​ຖືກ​ຟ້ອງ​ ສານ. ​ບັນດນາ​ທິການໃຫຍ່ໜັງ​​ສືພິມ​ດັ່ງກ່າວ ທ່ານ Alan Rusbridger ​ໃຫ້​ຮູ້​ວ່າ ບັນດາ​ພາລະ​ກອນ​ປ້ອງ​ກັນ​ຄວາມ​ສະຫງົບ​ອັງກິດ ​ໄດ້​​ໄປ​ຮອດ​ສຳນັກງານ​ຂອງໜັງ​ສື​ພິມ​ນີ້​ເພື່ອ​ທຳລາຍ​ບາງ​ຫາດ​ດິດຄອມ​ພິວ​ເຕີທີ່​ຍັງ​ບໍ່​ທັນ​ຢັ້ງຢືນ​ກ່ຽວ​ກັບ​ເນື້ອ​ໃນ​ໄດ້. ​ເຖິງ​ວ່າ​ມີ​ຜູ້​ຊ່ຽວຊານ 2 ຄົນ​ຂອງ​ອົງການ​ຂ້ໍ​ມູນ​ຂ່າວ​ລັບ​ອັງກິດ ​ໄດ້​ມາກ​ວດກາ​ເຫດ​ການ​ດັ່ງກ່າວ ​ແລະ ອະທິ​ປາຍ​ເຫດຜົນ​ຂອງ​ການ​ເຄື່ອນ​ໄຫວ​ນີ້​ແມ່ນ​ເພື່ອ​ແນ​ໃສ່​ກີດຂວາງ​ຂໍ້​ມູນ​ສືບລາ​ຊະການ​ລັບ​ຖືກ​ເປີດ​ເຜີຍ​ຈາກ Snowden ອາດ​ຈະ​ແຜ່​ລາມ​ເຖິງ​ນັກ​ສືບ​ລາ​ຊະການ​ລັບ​ຕ່າງປະ​ເທດ, ​ແຕ່​ທ່ານ Rusbridger ຢືນຢັນ​ບໍ່​ໄດ້​ແຈ້ງ​ກ່ອນ​ເລື່ອງ​ດັ່ງກ່າວ.
ຂ່າວ/ບົດ​ອື່ນ