ລັດຖະບານອັງກິດ ຢືນຢັນຈະບໍ່ຜ່ອນສັ້ນຜ່ອນຍາວໃນການເຈລະຈາດ້ານການຄ້າກັບອີຢູ

(VOVWORLD) -ປະເທດນີ້ຈະບໍ່ປະລະສິດຂອງປະເທດເອກະລາດ ດ້ວຍເລື່ອງຍອມຈຳນົນຕໍ່ຄຳຮຽກຮ້ອງຂອງສະຫະພາບເອີລົບ (ອີຢູ) ໃນບັນດາການເຈລະຈາກ່ຽວກັບການພົວພັນໃນອະນາຄົດລະຫວ່າງ 2 ຝ່າຍ.
ລັດຖະບານອັງກິດ ຢືນຢັນຈະບໍ່ຜ່ອນສັ້ນຜ່ອນຍາວໃນການເຈລະຈາດ້ານການຄ້າກັບອີຢູ - ảnh 1(ພາບປະກອບ: AFP/TTXVN)

ວັນທີ 14 ພຶດສະພາ, ບັນດາລັດຖະມົນຕີແຖວໜ້າຂອງທ່ານນາຍົກລັດຖະມົນຕີອັງກິດ Boris Johnson ໄດ້ເຫັນດີເປັນເອກະພາບນຳກັນວ່າ ປະເທດນີ້ຈະບໍ່ປະລະສິດຂອງປະເທດເອກະລາດ ດ້ວຍເລື່ອງຍອມຈຳນົນຕໍ່ຄຳຮຽກຮ້ອງຂອງສະຫະພາບເອີລົບ (ອີຢູ) ໃນບັນດາການເຈລະຈາກ່ຽວກັບການພົວພັນໃນອະນາຄົດລະຫວ່າງ 2 ຝ່າຍ. ໃນກອງປະຊຸມຄະນະລັດຖະບານ, ບັນດາລັດຖະມົນຕີແຖວໜ້າຂອງທ່ານ Boris Johnson ໄດ້ຮັບອັບການເດດສະພາບການເຈລະຈາຈາກນັກເຈລະຈາທ່ານ David Frost. ທ່ານນີ້ໃຫ້ຮູ້ວ່າ, ອັງກິດ ບໍ່ມີຄຳຮຽກຮ້ອງພິເສດໃດໃນບັນດາການເຈລະຈາ, ນອກຈາກຂໍ້ຕົກລົງດ້ານການຄ້າເສລີ.

        ໃນຂະນະນັ້ນ, ເມື່ອຕອບສຳພາດຕໍ່ວົງການນັກຂ່າວ, ໂຄສົກຂອງທ່ານນາຍົກລັດຖະມົນຕີອັງກິດ ໃຫ້ຮູ້ວ່າ: “ຄະນະລັດຖະບານ ໄດ້ເຫັນດີເປັນເອກະພາບກັນວ່າ ອັງກິດ ຈະບໍ່ເຫັນດີຕໍ່ບັນດາຄຳຮຽກຮ້ອງທີ່ວ່າ ອັງກິດຕ້ອງປະລະບັນດາສິດຂອງປະເທດເອກະລາດ, ໂດຍສະເພາະແມ່ນເມື່ອອີຢູ ສະແດງໃຫ້ເຫັນຜ່ານບັນດາຂໍ້ຕົກລົງຂອງເຂົາເຈົ້າກັບບັນດາປະເທດອື່ນຄື ການາດາ ວ່າ ບັນດາຂໍ້ຈຳກັດນັ້ນແມ່ນບໍ່ມີຄວາມຈຳເປັນ”.

ຕອບກັບ

ຂ່າວ/ບົດ​ອື່ນ