ລັດຖະບານເອົາໃຈໃສ່ສ້າງໂຄງປະກອບຜະລິດກະສິກຳຕາມທິດມີປະສິດທິຜົນຄືນໃໝ່
ຮອງນາຍົກລັດຖະມົນຕີ ຫວູວັນນິງ
(ພາບປະກອບ)
(vovworld) - ສະພາປະຊາຊົນແຂວງນາມດິ້ງ ໄຂກອງປະຊຸມຄັ້ງທີ 10 ຊຸດທີ 17 (ອາຍຸການ 2011-2016) ໃນຕອນເຊົ້າວັນທີ 7/7. ກ່າວຄຳເຫັນທີ່ກອງປະຊຸມ ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ໄດ້ຕີລາຄາສູງບັນດາໝາກຜົນທີ່ແຂວງນາມດິ້ງບັນລຸໄດ້ໃນທຸກຂົງເຂດໃນ 6 ເດືອນຕົ້ນປີ 2014. ມີຫຼາຍຄາດໝາຍເສດຖະກິດສັງຄົມໃນ 6 ເດືອນຕົ້ນປີ 2014 ບັນລຸກວ່າ 50% ແຜນການປີ, ສູງກວ່າຫຼາຍເມື່ອທຽບໃສ່ ລະດັບສະເລ່ຍຂອງທົ່ວປະເທດຄື : ການຜະລິດກະສິກຳ, ການສົ່ງອອກ, ລາຍຮັບງົບປະມານ. ແຂວງນາມດິ້ງແມ່ນທ້ອງຖິ່ນມີຫຼາຍຕາແສງປະຕິບັດສຳເລັດມາດຖານການກໍ່ສ້າງຊົນນະບົດໃໝ່ພາຍຫຼັງ 3 ປີແຫ່ງການຜັນຂະຫຍາຍດ້ວຍ 12 ຕາແສງບັນລຸໄດ້ 19 ມາດຖານ.
ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ກໍ່ໄດ້ປະກາດສັງລວມກ່ຽວກັບສະພາບເສດຖະກິດສັງຄົມຂອງປະເທດໃນ 6 ເດືອນຕົ້ນປີ 2014 ກໍ່ຄືມາດຕະການຂອງລັດຖະບານໃນໄລຍະຈະມາເຖິງ. ທ່ານ ຫວູວັນນິງ ໃຫ້ຮູ້ວ່າ: ໃນສະພາບທີ່ຫຍຸ້ງຍາກ, ເສດຖະກິດ - ສັງຄົມຂອງປະເທດຊາດຍັງຮັກສາບັນດາມາດຖານສຳຄັນ, ຕາມນັ້ນແລ້ວ, ເສດຖະກິດມະຫາພາກໄດ້ຮັບປະກັນ, ໄພເງິນເຟີ້ໄດ້ຮັບການຄວບຄຸມ. ໄລຍະຈະມາເຖິງ, ລັດຖະບານສືບຕໍ່ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ແລະ ບັນດາໂຄງການທີ່ມີປະສິດທິຜົນ, ສຸມໃສ່ສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ ແລະ ກໍ່ສ້າງຊົນນະບົດໃໝ່, ເອົາໃຈໃສ່ສ້າງໂຄງປະກອບຜະລິດກະສິກຳຄືນໃໝ່ຕາມທິດມີປະສິດທິຜົນ ຊອກຫາສົ້ນອອກໃຫ້ຜະລິດຕະພັນກະເສດ, ຍູ້ແຮງການຮ່ວມສຳພັນ ກັບ ວິສາຫະກິດ ແລະ ນຳໃຊ້ຄວາມກ້າວໜ້າດ້ານວິທະຍາສາດເຕັກນິກເຂົ້າໃນການຜະລິດ.