ທ່ານຮອງນາຍົກລັດຖະມົນຕີ ຫວູດື໋ກດາມ ພົບປະສັງສັນ ແລະ
ແລກປ່ຽນກັບປະຊາຄົມວິສາຫະກິດທີ່ດຳເນີນທຸລະກິດ
(ພາບ: AnDang/TTXVN)
(vovworld) - ຕອນບ່າຍວັນທີ 12/8, ທ່ານຮອງນາຍົກລັດຖະມົນຕີ ຫວູດື໋ກດາມ ໄດ້ພົບປະສັງສັນ ແລະ ແລກປ່ຽນກັບປະຊາຄົມວິສາຫະກິດທີ່ດຳເນີນທຸລະກິດ ເພື່ອຕີລາຄາກົນໄກນະໂຍບາຍ, ຊອກຫາມາດຕະການ, ສ້າງເງື່ອນໄຂໜູນຊ່ວຍປະຊາຄົມວິສາຫະກິດນີ້ພັດທະນາ. ທ່ານຮອງນາຍົກລັດຖະມົນຕີ ຫວູດື໋ກດາມ ຢືນຢັນວ່າ: ລັດຖະບານໄດ້ພົບເຫັນບັນດາສິ່ງທີ່ຍັງຄົງຄ້າງ, ຖືກຈຳກັດກ່ຽວກັບດ້ານນະໂຍບາຍກົດໝາຍ, ກົນໄກໜູນຊ່ວຍວິສາຫະກິດດຳເນີນທຸລະກິດ ແລະ ພວມຊອກຫາບັນດາມາດຕະການເໝາະສົມຢ່າງຕັ້ງໜ້າ. ໃນໄລຍະມາເຖິງ, ບັນດາກະຊວງ, ຂະແໜງການ ຄວນເພີ່ມທະວີບັນດາມາດຕະການໜູນຊ່ວຍ, ແຫຼ່ງທຶນ, ຍູ້ແຮງກົນໄກນະໂຍບາຍ,…ສ້າງສະພາບແວດລ້ອມອຳນວຍຄວາມສະດວກຊຸກຍູ້ການສ້າງຕັ້ງ ແລະ ພັດທະນາບັນດາວິສາຫະກິດ ດຳເນີນທຸລະກິດທີ່ມີຫົວຄິດປະດິດສ້າງ. ໂດຍລະອຽດ, ປະຕູຖາມຂໍ້ມູນເອເລັກໂຕນິກລັດຖະບານພິຈາລະນາເປີດຫີບຈົດໝາຍ ເພື່ອແກ້ໄຂຄວາມຂ້ອງໃຈຂອງປະຊາຄົມວິສາຫະກິດກ່ຽວກັບກົນໄກ, ນະໂຍບາຍ, ກົດໝາຍໃນການດຳເນີນທຸລະກິດ, ການລົງທຶນ. ກະຊວງການເງິນຊອກຫາມາດຕະການຈັດແຫຼ່ງທຶນ, ກອງທຶນໜູນຊ່ວຍລົງທຶນໃຫ້ວິສາຫະກິດດຳເນີນທຸລະກິດ …