ລັດຖະບານໜູນຊ່ວຍເຮືອນຢູ່ໃຫ້ຄອບຄົວທຸກຍາກ
(ພາບປະກອບ)
(vovworld) - ນາຍົກລັດຖະມົນຕີຫວຽດນາມ ຫາກໍປະກາດນະໂຍບາຍໜູນຊ່ວຍເຮືອນຢູ່ໃຫ້ຄອບຄົບທຸກຍາກໄລຍະ 2011 – 2015. ຕາມນັ້ນແລ້ວ, ມີປະມານ 311.000 ຄອບຄົວທຸກຍາກເຂດຊົນນະບົດ ຈະມີເຮືອນຢູ່ບັນລຸມາດຕະຖານ, ຍົກສູງຊີວິດການເປັນຢູ່ເທື່ອລະກ້າວ, ປະກອບສ່ວນລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ. ຕາມຕົວເລກສະຖິຕີຊີ້ໃຫ້ເຫັນວ່າ, ປະຈຸບັນ, ມີປະມານ 510.000 ຄອບຄົວທຸກຍາກຕາມມາດຖານຄວາມທຸກຍາກໃໝ່ໄລຍະ 2011 – 2015 ປະສົບຄວາມຫຍຸ້ງຍາກດ້ານເຮືອນຢູ່. ຕາມການຄິດໄລ່ຂອງກະຊວງກໍ່ສ້າງ, ຄວາມຕ້ອງການດ້ານທຶນຮອນເພື່ອໜູນຊ່ວຍດ້ານເຮືອນຢູ່ໃຫ້ຄອບຄົວທຸກຍາກແມ່ນກວ່າ 18.400 ຕື້ດົງ, ໃນນັ້ນງົບປະມານຂອງສູນກາງແມ່ນກວ່າ 4.600 ຕື້ດົງ.