ລັດຖະມົນຕີ ອາເມລິກາ ເດີນທາງເຖິງ ອິນໂດເນເຊຍ ເລີ່ມຕົ້ນການໄປປະຕິບັດງານຢູ່ ອາຊີ ຕາເວັນອອກສ່ຽງໃຕ້

(VOVWORLD) - ອາເມລິກາ ຢັ້ງຢືນຄືນຄຳໝັ້ນສັນຍາສຳລັບທີ່ຕັ້ງໃຈກາງຂອງ ອາຊຽນ. ຖັດຈາກອິນໂດເນເຊຍ, ລັດຖະມົນຕີການຕ່າງປະເທດ ອາເມລິກາ ຈະໄປຢ້ຽມຢາມມາເລເຊຍ ແລະ ໄທ. 
ລັດຖະມົນຕີ ອາເມລິກາ ເດີນທາງເຖິງ  ອິນໂດເນເຊຍ ເລີ່ມຕົ້ນການໄປປະຕິບັດງານຢູ່ ອາຊີ ຕາເວັນອອກສ່ຽງໃຕ້ - ảnh 1ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo  ຕ້ອນຮັບ ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Antony Blinken. (ພາບ: Antaranews)

ວັນທີ 13 ທັນວາ ທ່ານ Antony Blinken ລັດຖະມົນຕີການຕ່າງປະເທດອາເມລິກາໄດ້ເດີນທາງມາຮອດ ອິນໂດເນເຊຍ ຊື່ງແມ່ນປະເທດທຳອິດໃນການຢ້ຽມຢາມບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ຢ່າງງເປັນທາງການ ແຕ່ວັນທີ 13- 16 ທັນວາ. ທີ່ການພົບປະກັບປະທານາທິບໍດີ ອິນໂດເນເຊຍ Joko Widodo ໃນຕອນຄ່ຳວັນທີ 13 ທັນວາ ຢູ່ ນະຄອນຫລວງ ຈາກາຕາ, ທ່ານ Antony Blinken ສະແດງຄວາມໝັ້ນໝາຍຢ່າງແຮງ ຂອງອາເມລິກາ ສຳລັບ ອິນໂດເນເຊຍ ໃນການຮ່ວມມືສອງຝ່າຍ ແຕ່ຂົງເຂດເສດຖະກິດ,ພື້ນຖານໂຄງລ່າງຕະຫລອດຮອດສາທາລະນະສຸກ. ທີ່ການຖະແຫລງຂ່າວຫລັງການພົບປະ,  Retno Marsudi ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ສະແດງຄວາມຫວັງ ສອງຝ່າຍອາດຈະຮ່ວມມືຢ່າງແຫນ້ນແຟ້ນໃນຂົງເຂດເສດຖະກິດ ພິເສດໃນການລົງທຶນ.

ທີ່ການພົບປະ, ອາເມລິກາ ຢັ້ງຢືນຄືນຄຳໝັ້ນສັນຍາສຳລັບທີ່ຕັ້ງໃຈກາງຂອງ ອາຊຽນ. ຖັດຈາກອິນໂດເນເຊຍ, ລັດຖະມົນຕີການຕ່າງປະເທດ ອາເມລິກາ ຈະໄປຢ້ຽມຢາມມາເລເຊຍ ແລະ ໄທ. ຕາມແຈ້ງການຂອງສະຖານທູດ ອາເມລິກາ ປະຈຳ ຈາກາຕາ, ການຢ້ຽມຢາມ ອາຊີ ຕາເວັນອອກສ່ຽງໃຕ້ ຄັ້ງນີ້ຂອງ ລັດຖະມົນຕີການຕ່າງປະເທດ ອາເມລິກາ ເພື່ອແນໃສ່ເພີ່ມທະວີການພົວພັນກັບບັນດາພັນທະມິດ ແລະຊຸກຍູ້ຄວາມເສລີໃນການເດີນເຮືອຢູ່ ທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ